ໃນຂະນະທີ່ພວກເຮົາຖືປື້ມນີ້ຢູ່ໃນມື, ອາດຈະລືມວ່າມີຫຼາຍຄົນທີ່ໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນປື້ມ ຫົວນີ້; ຊຶ່ງພວກເພີ່ນໄດ້ທຸ່ມເທຄວາມມຸ່ງໝັ້ນ ແລະ ເວລາເປັນເວລາຫຼາຍເດືອນ ໃນໄລຍະສອງປີທີ່ຜ່ານມາ. ການສ້າງປື້ມແຜນທີ່ນີ້ຂື້ນມາເປັນປະສົບການທີ່ໜ້າຕື່ນເຕັ້ນ, ແຕ່ມັນຈະເປັນໄປບໍ່ໄດ້ຖ້າຫາກຂາດການອຸທິດຕົນ ຂອງບຸກຄົນເຫຼົ່ານີ້.
ກ່ອນອື່ນໝົດພວກເຮົາຂໍສະແດງຄວາມໃຈຕໍ່ພະນັກງານຂອງກົມສະຖິຕິ, ກະຊວງແຜນການ ແລະ ການລົງທຶນ, ເປັນຜູ້ມີບົດບາດທີ່ມີຄຸນຄ່າສຳຄັນຊຶ່ງບໍ່ພຽງແຕ່ສ້າງຜົນສຳເລັດໃນການສຳຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໃສ ໃນປີ 2005 ໄວ້ໃຫ້, ແຕ່ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ໂຄງການ ໃນຫຼາຍໆ ດ້ານທີ່ແຕກຕ່າງກັນ. ພາຍໃຕ້ການຊີ້ນຳຂອງທ່ານຫົວໜ້າກົມ, ທ່ານ ດຣ. ສະໄມຈັນ ບຸບຜາ, ພວກເຮົາໄດ້ຮັບຜົນປະໂຫຍດຈາກ ການຮ່ວມມືກັບ ທ່ານ ນາງ ທິລະຄາ ຈັນທະລານຸວົງ ຊຶ່ງໃຫ້ຄວາມໄກ້ຊິດຕິດແທດ ຢ່າງມີປະສິດທິພາບ. ຍິ່ງໄປກ່ວານັ້ນ, ທ່ານ ກິ່ງເພັດ ອັດສະນະວົງ ໄດ້ໃຫ້ການຊ່ວຍເຫຼືອດ້ານເຕັກນິກທີ່ສຳຄັນໃນການກະກຽມ ແລະ ວິເຄາະຂໍ້ມູນ. ພວກເຮົາສະແດງຄວາມຂອບໃຈນຳທຸກໆທ່ານສຳລັບວຽກງານອັນພົ້ນເດັ່ນຂອງພວກເພີ່ນພິເສດ ທີມງານວິຊາການ. ຂໍສະແດງຄວາມຮູ້ບຸນຄຸນຕໍ່ ທ່ານ ບຸນທະວີ ສີສຸພັນທອງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ການຊ່ວຍເຫຼືອທີ່ມີຄຸນຄ່າຕໍ່ການສ້າງປື້ມແຜນທີ່ຫົວນີ້. ໂດຍສະເພາະຄຳຊີ້ແນະທາງ ວາມຊ່ຽວຊານ ແລະ ຄວາມກະຕືລືລົ້ນຂອງທ່ານເທົ່ານັ້ນ ແຕ່ຍັງແມ່ນ ວິໄສທັດທີ່ຍາວໄກ ແລະ ຄວາມຊ່ວຍເຫຼືອ ໃນການອະທິບາຍຂໍ້ມູນກ່ຽວກັບຂໍ້ມູນສະຖິຕິຢ່າງຈະແຈ້ງ ແລະ ການສ້າງໃຫ້ມີຂໍ້ມູນສຳລັບຜູ້ທີ່ສ້າງຄວາມ ຕັດສິນໃຈ ແລະ ສາທະລະນະຊົນ.
ໂຄງການດັ່ງກ່າວນີ້ຈະຈັດຕັ້ງຂື້ນມາບໍ່ໄດ້ຖ້າຂາດການຊ່ວຍເຫຼືອຢ່າງເຂັ້ມແຂງ ແລະ ຕໍ່ເນື່ອງຈາກກອງເລຂາ ຄະນະກຳມາທິການແມ່ນ້ຳຂອງແຫ່ງຊາດລາວ ພາຍໃຕການຊີ້ນຳຈາກ, ທ່ານ ຈັນທະວົງ ໄຊຍະສິດ. ພວກເຮົາ ຂໍສະແດງຄວາມຮູ້ບຸນຄຸນເປັນພິເສດຕໍ່ຮອງຜູ້ອຳນວຍການໃຫຍ່, ທ່ານ ສຸລະໄຊ ພູມະວົງ ເຊິ່ງເປັນຜູ້ທີ່ລິເລີ່ມແນວ ຄວາມຄິດໃນການສ້າງປື້ມແຜນທີ່ດັ່ງກ່າວ ແລະ ໄດ້ໃຫ້ແນວຄິດ ຮ່ວມກັບພວກເຮົາ ແລະ ໃຫ້ການຊ່ວຍເຫຼືອຢ່າງ ເຕັມສ່ວນເພື່ອເຮັດໃຫ້ມັນປະກົດຜົນເປັນຈິງ. ທ່ານ ສັງຂານ ທ່ຽງທຳມະວົງ ກໍ່ມີບົດບາດສຳຄັນໃນການ ຮັບຜິດຊອບຕໍ່ໜ້າວຽກທີ່ສຳຄັນໃຫ້ແກ່ໂຄງການ. ການປະສານງານຂອງໂຄງການທີ່ມີປະສິດທິພາບຍ້ອນການ ເຮັດວຽກຂອງທີມງານຂອງ Swiss NCCR North-South ໃນນະຄອນຫຼວງວຽງຈັນ, ຊຶ່ງມີ ທ່ານ ນາງ ມະນີລາ ວໍລະສານ. ການຊ່ວຍເຫຼືອທີ່ເປັນປະໂຫຍດຂອງ ທ່ານ ອຸລາວັນ ແກ້ວວິລິຍະວົງ ໃນຫຼາຍດ້ານທີ່ແຕກຕ່າງກັນ ກໍ່ມີຄວາມສຳຄັນເຊັ່ນດຽວກັນ.
ແຜນທີ່ຫຼາຍແຜ່ນທີ່ນຳສະເໜີຢູ່ໃນປື້ມຫົວນີ້ຈະບໍ່ມີຄວາມເປັນມືອາຊີບຖ້າຫາກຂາດຄວາມຊຳນານດ້ານວິຊາການ ຂອງ ທ່ານ ເອດຼ່ຽນ ເວບເບີ ແຫ່ງສະຖາບັນເຕັກໂນໂລຊີ ແຫ່ງລັດປະເທດສະວິດສ໌ ໃນຊູຣິຈ, ປະເທດ ສະວິດສ໌ເຊີແລນ. ທ່ານບໍ່ພຽງແຕ່ຊ່ວຍເຫຼືອພວກເຮົາໃນດ້ານວິຊາແຕ້ມແຜນທີ່ ແລະ GIS ເທົ່ານັ້ນ, ແຕ່ເພີ່ນຍັງ ພະຍາຍາມປັບປຸງຄຸນນະພາບຂໍ້ມູນຈາກຫຼາຍແຫຼ່ງທີ່ແຕກຕ່າງກັນໃຫ້ດີຂື້ນນຳອີກ.
ນອກຈາກການຊ່ວຍເຫຼືອວິຊາແຕ້ມແຜນທີ່ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ມະຫາວິທະຍາໄລເບີນ, ປະເທດສະວິດສ໌ເຊີແລນສະໜອງໃຫ້ແລ້ວ, ຄໍເນເລຍ ເຮດ ແລະ ກາດສປາ ເຮີນີ່ ໄດ້ປະກອບສ່ວນຢ່າງສຳຄັນຊຶ່ງພວກເຮົາສະແດງຄວາມຂອບໃຈນຳຫຼາຍໆ.
ແຜນທີ່ເຫຼົ່ານີ້ຈະບໍ່ມີປະໂຫຍດ ຖ້າຫາກຂາດເນື້ອເລື່ອງທີ່ຂຽນຄຳອະທິບາຍຄວບຄູ່ກັບແຜນທີ່. ພວກເຮົາຂໍສະແດງຄວາມຮູ້ບຸນຄຸນຢ່າງສຸດໃຈນຳຜູ້ຂຽນທີ່ໄດ້ປະກອບສ່ວນທຸ່ມເທຄວາມພະຍາຍາມໃສ່ໃນການຂຽນບົດຊຶ່ງໄດ້ລະບຸໄວ້ໃນໜ້າທີ່ 5. ບົດຂຽນເຫຼົ່ານີ້ໄດ້ນຳມາກວດແກ້ຄືນໃໝ່ ໂດຍ ດຣ. ເຄ ປັນເຊີ ແຫ່ງປະເທດເຢຍລະມັນ ເພີ່ນໄດ້ທຸ່ມເທເວລາ ແລະ ຄວາມມຸ່ງໝັ້ນຢ່າງຫຼວງຫຼາຍໃຫ້ແກ່ວຽກງານດັ່ງກ່າວ ແລະ ພວກເຮົາຢາກສະແດງຄວາມຂອບໃຈນຳເພີ່ນດ້ວຍຄວາມຈິງໃຈ. ໃນຂະນະດຽວກັນພວກເຮົາກໍ່ຂໍຊົມເຊີຍໃນບໍລິການທີ່ເປັນມືອາຊີບ ແລະ ເຕັມປ່ຽມໄປດ້ວຍຄວາມສາມາດຂອງ ທ່ານ ນາງ ມໍຣີນ ບຼາວ ແລະ ທີມງານຂອງເພີ່ນທີ່ຮຽບຮຽງພາສາອັງກິດ ແລະ ແປພາສາອັງກິດເປັນພາສາລາວ ແລະ ຈາກພາສາລາວເປັນພາສາອັງກິດ ຊຶ່ງຕ້ອງອາໄສຄວາມຮູ້ ແລະ ຄວາມເຂົ້າໃຈເປັນຢ່າງດີເພື່ອໃຫ້ໄດ້ຜົນງານທີ່ດີເລີດ.
ພວກເຮົາຂໍສະແດງຄວາມຮູ້ບຸນຄຸນນຳທ່ານ ໂຣເບີດທ໌ ບຼາວ ທີ່ເປັນຜູ້ອອກແບບກຼາບຟິກ ແລະ ຮັບຜິດຊອບແຜນງານພ້ອມທັງອອກແບບໜ້າປົກຂອງປື້ມແຜນທີ່ນີ້ນຳ. ເພີ່ນໄດ້ທຸ່ມເວລາ ແລະ ຄວາມກະຕືລືລົ້ນຢ່າງຫຼວງຫຼາຍໃຫ້ແກ່ໂຄງການນີ້ ຊຶ່ງຜົນໄດ້ຮັບກໍ່ຄື ຜົນງານການອອກແບບຂອງເພີ່ນດີເກີນຄວາມຄາດໝາຍຂອງພວກເຮົາ. ພວກເຮົາຂໍຊົມເຊີຍ ແລະ ຂອບໃຈນຳເພີ່ນຫຼາຍໆ.
ສຸດທ້າຍນີ້ ພວກເຮົາຢາກຂອບໃຈຜູ້ທີ່ກວດກາປື້ມຫົວນີ້ ທີ່ທຳການກວດກາຢ່າງລະອຽດທົ່ວເຖິງ ກ່ອນຈະຈັດພິມ ແລະ ຍັງມີຂໍ້ແນະນຳສະເໜີເພື່ອປັບປຸງໃຫ້ມັນດີຂື້ນ. ພວກເຮົາຂໍສະແດງຄວາມຮູ້ບຸນຄຸນນຳ ທ່ານ ຈັນທະວົງ ໄຊຍະສິດ, ທ່ານ ສະໄມຈັນ ບຸບຜາ ແລະ ດຣ. ໂທມັສ ໂກເລີ່ ສຳລັບການ
ປະກອບສ່ວນຄຳເຫັນອັນມີຄ່າຂອງພວກເພີ່ນ.
ແລະ ສຸດທ້າຍທີ່ສຳຄັນບໍ່ໜ້ອຍໄປກວ່າກັນແມ່ນພວກເຮົາຢາກສະແດງຄວາມຂອບໃຈນຳອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດສ໌ (SDC) ທີ່ເຮັດໃຫ້ການຈັດພິມປື້ມແຜນທີ່ນີ້ເກີດຂື້ນໄດ້, ບໍ່ສະເພາະການສະໜັບ ສະໜູນທາງດ້ານການເງິນເທົ່ານັ້ນແຕ່ຍັງໃຫ້ຄວາມໜັ້ນໃຈ ແລະ ການຊ່ວຍເຫຼືອແກ່ພວກເຮົາຢ່າງຕໍ່ເນື່ອງຕະຫຼອດໄລຍະທີ່ດຳເນີນໂຄງການ. ພວກເຮົາຢາກຂໍຂອບໃຈນຳມູນນິທິວິທະຍາສາດແຫ່ງຊາດຂອງປະເທດສະວິດສ໌ (SNSF) ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ສຳລັບການສະໜັບສະໜູນເພີ່ມເຕີມດ້ານການເງິນແກ່ໂຄງການ ແລະ ການຕອບສະໜອງດ້ານອື່ນໆ ແລະ ເຮັດໃຫ້ການຄົ້ນຄວ້າເປັນໄປໄດ້, ຊຶ່ງມັນໄດ້ຊີ້ທິດເຍືອງທາງໃຫ້ເຫັນບັນຫາຕົວຈິງໃນໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ.
Peter Messerli, Andreas Heinimann, Michael Epprecht,
ທ່ານ ນາງ ພອນສາລີ ສຸກສະຫວັດ, ທ່ານ ນາງ ທິລາຄາ ຈັນທະລານຸວົງ ແລະ Nicholas Minot
ເດືອນ ກັນຍາ 2008
|