SECTION I      
 

ຄວາມທຸກ ແລະ ຄວາມບໍ່ສະເໜີພາບ

   
 

ໃນ​ພາກ​ນີ້​ແມ່ນ​ໃຫ້​ເບິ່ງ​ຂະ​ໜາດ​ການ​ຂະ​ຫຍາຍ​ຕົວ​ຂອງ​ຄວາມ​ທຸກ ແລະ ຄວາມ​ບໍ່​ສະ​ເໜີ​ພາບ. ແນ່​ນອນ ຄວາມ​ທຸກ​ແມ່ນ​ມີ​ຜົນ​ກະ​ທົບ​ອັນ​ໃຫ່​ຍ​ຫຼວງ​ຕໍ່​ກັບ​ສັງ​ຄົມ​ກໍ່​ຄື​ທັງ​ໝົດ, ຕາມ​ຫຼັກ​ການ​ທີ່​ສົ່ງ​ຜົນ​ໃຫ້​ແກ່​ຊີ​ວິດ ການ​ເປັນ​ຢູ່​ຂອງ​ແຕ່​ລະ​ບຸກ​ຄົນ ແລະ ຊຸມ​ຊົນ​ທ້ອງ​ຖີ່ນ, ແລະ ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ສະ​ພາບ​ຂອງ​ພູມ​ສັນ ຖານ.  ຄວາມ​ທຸກ​ແມ່ນ​ໄດ້​ກຳ​ນົດ​ເງື່ອນ​ໄຂ​ຂອງ​ຄວາມ​ຂາດ​ເຂີນ ແລະ ຄວາມ​ທຸກ​ກໍ່​ມີ​ຫຼາຍ​ຂະ​ໜາດ ແລະ ບໍ່​ມີ​ຂອບ​ເຂດ​ຕໍ່​ກັບ​ເສດ​ຖະ​ກິດ​ສະ​ເພາະ​ເຊັ່ນ ຂາ​ດລາຍ​ຮັບ ຫຼື ໂອ​ກາດ​ກໍ່​ໃຫ້​ເກີດ​ມີ​ລາຍ​ຮັບ, ຫຼື ຂາດ​ການ​ບັນ​ລຸ​ຜົນ​ຂອງ​ການ​ຜະ​ລິດ, ຫຼື ຂາດ​ຊັບ​ສິນ​ສິ່ງ​ທີ່​ຈຳ​ເປັນ​ໃນ​ເວ​ລາ​ທີ່​ຕ້ອງ​ການ. ຄວາມ​ທຸກ​ເປັນ ຜົນ​ເນື່ອງ​ມາ​ຈາກ​ຫຼາຍ​ປັດ​ໄຈ​ໄດ້​ເຊັ່ນ​ກັນ​ເຊັ່ນ​ຄວາມ​ອ່ອນ​ແອ​ຕໍ່​ກັບ​ການ​ປ່ຽນ​ແປງ​ກະ​ທັນ​ຫັນ, ຂາດ ໂອ​ກາດ​ເຂົ້າ​ຮ່ວມ​ໃນ​ການ​ຕັດ​ສິນ​ໃຈ, ແລະ ຂາດ​ການ​ກ້າວ​ໄປ​ຫາ​ຂໍ້​ມູນ. ທັງ​ໝົດ​ເຫຼົ່າ​ນີ້​ແມ່ນ​ເປັນ​ພຽງ​ຕົວ​ຢ່າງ​ເລັກ​ໜ້ອຍ.
ໃນ​ຫຼາຍ​ແງ່​ມູນ​ແລ້ວ​ຄວາມ​ທຸກ​ກໍ່​ມີ​ການ​ພົວ​ພັນ​ກັບ​ສະ​ພາບ​ຂອງ​ພູມ​ສັນ​ຖານ. ມັນ​ມີ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ທີ່​ຈະ​ວັດ​ແທກ​ຕໍ່​ກັບ​ແຕ່​ລະ​ຂະ​ໜາດ​ຂອງ​ແຕ່​ລະ​ພາກ​ສ່ວນ, ໂດຍ​ສະ​ເພາະ​ໃນ​ການ​ແບ່ງ​ແຍກ​ໃນ ຂະ​ໜາດ​ຮູບ​ແບບ​ຈຳ​ນວນ​ນ້ອຍໆ. ເຖິງ​ຢ່າງ​ໃດ​ກໍ່​ຕາມ​ກາ​ນວັດ​ແທກ​ຄວາມ​ທຸກ​ແມ່ນ​ຈຳ​ເປັນ​ຕໍ່​ປະ​ສິດ ທິ​ຜົນ​ໃນ​ການ​ສ້າງ​ນະ​ໂຍ​ບາຍ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ຜູ້​ທີ່​ທຸກ ແລະ ຄວາມ​ສາ​ມາດ​ເປັນ​ໄປ​ໄດ້​ຂອງ​ຂໍ້​ມູນ ພູມ​ສັນ​ຖານ​ການ​ຂະ​ຫຍາຍ​ຕົວ​ຂອງ​ຄວາມ​ທຸກ. ການ​ກຳ​ນົດ​ຄວາມ​ທຸກ​ໄດ້​ກາຍ​ມາ​ເປັນ​ສີ່ງ​ທີ່​ຍອມ​ຮັບ​ວ່າ ເປັນ​ປັດ​ໃຈ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ນຳ​ມາ​ວິ​ເຄາະ​ກ່ຽວ​ກັບ​ຄວາມ​ທຸກ​ຍາກ ແລະ ການ​ສ້າງ​ນະ​ໂຍ​ບາຍ ຊ່ວຍ​ເຫຼືອ ສະ​ໜັບ​ສະ​ໜູນ​ໃຫ້​ຜູ້​ທີ່​ທຸກ.
ເປັນ​ທີ່​ຮັບ​ຮູ່​ກັນ​ແລ້ວ​ວ່າ​ການ​ນຳ​ໃຊ້​ກາ​ນວັດ​ແທກ​ຄວາມ​ທຸກ​ຢ່າງ​ກ້ວ​າງ​ຂວາງ​ແມ່ນ​ສຸມ​ໃສ່​ດ້ານ ເສດ​ຖະ​ກິດ​ຕໍ່​ກັບ​ຄວາມ​ທຸກ, ທັງ​ໜົດ​ເຫຼົ່າ​ນີ້​ແມ່ນ​ຍອ້ນ​ການ​ກຳ​ນົດ​ຢ່າງ​ຈະ​ແຈ້ງ ແລະ ຄວາມ​ສາ​ມາດ​ໃນ​ກາ​ນວັດ​ແທກ​ຢ່າງ​ງ່າຍ​ດາຍ, ແລະ ຄວາມ​ຫຍຸ້ງ​ຍາກ​ໄດ້​ປະ​ສົບ​ພົບ​ພໍ້​ໃນ​ເມື່ອ​ມີ​ການ​ນຳ​ໃຊ້​ຫຼາຍ​ນິ​ຍາມ​ພື້ນ​ຖານ​ກ່ຽວ​ກັບ​ສັງ​ຄົມ​ເພື່ອ​ເປັນ​ກາ​ນວັດ​ແທກ​ຂອງ​ຄວາມ​ທຸກ.  ເຖິງ​ແມ່ນ​ວ່າ​ທັງ​ໝົດ​ແຜ່ນ​ທີ່​ໄດ້​ສະ​ແດງ ໃຫ້​ເຫັນ​ມາ​ກອ່ນ (ຍົກ​ເວັ້ນ​ສຳ​ລັບ​ພາກ​ສະ​ເໜີ​ອັນ​ໜຶ່ງ​ໃນ​ພາກ A) ແມ່ນ​ເປັນ​ພື້ນ​ຖານ​ຂອງ​ການ​ເກັບ​ກຳ​ສະ​ຖິ​ຕິ​ທີ່​ມີ​ຄວາມ​ຈິງ​ເຊິ່ງ​ໄດ້​ກຳ​ນົດ​ຕົວ​ເລກ​ຈາກ​ຜົນ​ການ​ສຳ​ຫລວດ​ພົນ​ລະ​ເມືອງ, ແຕ່​ວ່າ​ບໍ່​ມີ​ແຫຼ່ງ​ເພື່ອ​ໃຫ້​ຂໍ້​ມູນ​ທາງ​ດ້ານ​ສະ​ຫັວດ​ດີ​ການ​ສັງ​ຄົມ​ຂອງ​ທຸກໆ ຄົວ​ເຮືອນ​ໃນ​ທົ່ວ​ປະ​ເທດ. ເພື່ອ​ວັດ​ແທກ​ການ​ພັດ​ທະ​ນາ​ທີ່​ກ່ຽວ​ພັນ​ກັບ​ສະ​ຫວັດ​ດີ​ການ​ສັງ​ຄົມ​ຂອງ​ຄົວ​ເຮືອນ​ຢູ່​ໃນ​ທຸກ​ປະ​ເທດ, ໂດຍ​ທົ່ວ​ໄປ​ຂໍ້​ມູນ​ຈາກ ການ​ສຳ​ຫລວດ​ປະ​ຊາ​ກອນ​ແບບ​ຕົວ​ແທນ. ໃນ​ສປປ ລາວ, ສອງ​ການ​ສຳ​ຫລວດ​ໃນ​ການ​ໃຊ້​ຈ່າຍ ແລະ ການ​ຊົມ​ໃຊ້ (LECS) ແມ່ນ​ໄດ້​ປະ​ຕິ​ບັດ​ໃນ​ຊ່ວງ​ໄລ​ຍະ​ປີ 1990 ຫາ​ປີ 1999, ແລະ ການ​ສຳ​ຫລວດ​ຄັ້ງ ທີ​ສາມ​ໃນ​ປີ 2003 ແມ່ນ​ໄດ້​ປະ​ຕິ​ບັດ​ຂື້ນ​ເພື່ອ​ວັດ​ແທກ ແລະ ຕິດ​ຕາມ​ການ​ເຄື່ອນ​ໄຫວ​ການ​ພັດ​ທະ​ນາ​ທີ່​ພົວ​ພັນ​ກ່ຽວ​ກັບ​ຄວາມ​ທຸກ. ຂໍ້​ມູນ​ທີ່​ໄດ້​ຈາກ​ການ​ສຳ​ຫລວດ​ເຫຼົ່າ​ນີ້​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ໄດ້​ມີ​ການ​ຄາດ​ຄະ​ເນ​ຂອງ​ຄວາມ​ທຸກ​ໃນ​ລະ​ດັບ​ທ້ອງ​ຖີ່ນ. ການ​ປະ​ເມີນ​ຫຼາຍ​ປັດ​ໄຈ​ທີ່​ໂຮມ​ເຂົ້າ​ກັນ​ຂອງ​ຄວາມ ທຸກ​ແມ່ນ​ຍາກ​ທີ່​ຈະ​ເຮັດ​ສຳ​ເລັດ​ໃນ​ການ​ນຳ​ໃຊ້​ບັນ​ດາ​ຂໍ້​ມູນ​ຈາກ​ການ​ສຳ​ຫລວດ​ຄັ້ງ​ນີ້. 
ຂໍ້​ມູນ​ຈາກ​ການ​ສຳ​ຫລວດ​ໃນ​ການ​ໃຊ້​ຈ່າຍ ແລະ ການ​ຊົມ​ໃຊ້​ໃນ​ປີ 2003 ຢູ່​ໃນ ສປ​ປລາວ (LECS III) ແລະ ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ແຫ່ງ​ຊາດ ປີ 2005 ແມ່ນ​ນຳ​ໃຊ້​ເພື່ອ​ເຊື່ອມ​ຕໍ່​ກັບ​ການ​ສ້າງ​ແຜນ​ທີ່​ຢູ່​ໃນ​ໜ້າ​ຕໍ່​ໄປ ແລະ ຈຳ​ນວນ​ອັດ​ຕາ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ທຸກ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ. ກາ​ນວັດ​ແທກ​ແມ່ນ​ໄດ້​ນຳ​ໃຊ້​ຂໍ້​ມູນ​ຈາກ​ລະ​ດັບ​ຂອງ​ການ​ແຍກ​ກັນ​ອອກ​ເປັນ​ພາກ​ສ່ວນ​ນອ້ຍໆ. ການ​ນຳ​ໃຊ້​ຂໍ້​ມູນ ການ​ສຳ​ຫລວດ​ຄົວ​ເຮືອນ, ການ​ພົວ​ພັນ​ລະ​ຫ່ວ​າງ​ການ​ໃຊ້​ຈ່າຍ​ຂອງ​ແຕ່​ລະ​ບຸກ​ຄົນ ແລະ ຫຼາຍ​ລັກ​ສະ​ນະ ຂອງ​ຄົວ​ເຮືອນ​ໄດ້​ປະ​ເມີນ​ຢ່າງ​ເປັນ​ສະ​ຖິ​ຕິ. ຫຼັງ​ຈາກ​ນັ້ນ​ການ​ພົວ​ພັນ​ນີ້​ແມ່ນ​ນຳ​ໃຊ້​ກັບ​ລັກ​ສະ​ນະ​ຂອງ ຄົວ​ເຮືອນ​ເຊັ່ນ​ດຽວ​ກັນ​ເພື່ອ​ເຮັດ​ໃຫ້​ມີ​ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ມາດ​ຕະ​ຖານ​ການ​ດຳ​ລົງ​ຊີ​ວິດ​ຂອງ​ແຕ່​ລະ ຄົວ​ເຮືອນ​ໃນ​ການ​ສຳ​ຫລວດ​ພົນ​ລະ​ເມືອງ. ຫຼັງ​ຈາກ​ນັ້ນ​ຮວບ​ຮວມ​ໃຫ້​ໜ່ວຍ​ຫ້ອງ​ການ​ບໍ​ລິ​ຫານ, ການ ສະ​ເໜີ​ຕີ​ລາ​ຄາ​ກາ​ນວັດ​ແທກ​ກ່ຽວ​ກັບ​ສະ​ຫວັດ​ດີ​ການ​ສັງ​ຄົມ​ຕົວ​ຢ່າງ: ຢູ່​ລະ​ດັບ​ບ້ານ. ເຖີງ​ຢ່າງ​ໃດ​ກໍ່​ຕາມ​ການ​ນຳ​ໃຊ້​ວິ​ທີ​ກາ​ນວັດ​ແທກ​ອາດ​ບໍ່​ສາ​ມາດ​ເຮັດ​ໃຫ້​ເກີດ​ມີ​ຂໍ້​ມູນ​ທີ່​ແນ່​ນອນ​ໄດ້​ສຳ​ລັບ​ບາງ​ບ້ານ​ທີ່​ນ້ອຍ,ແຕ່​ວ່າ​ຢູ່​ທ້າຍ​ຮູບ​ພາບ​ທົ່ວ​ໄປ​ຂອງ​ຂະ​ໜາດ​ການ​ຂະ​ຫຍາຍ​ຕົວ​ຂອງ​ຄວາມ​ທຸກ​ແມ່ນ​ມີ​ຄວາມ​ແນ່​ນອນ. ສຳ​ລັບ ຂໍ້​ມູນ​ເພີ່ມ​ເຕີ່ມ​ກ່ຽວ​ກັບ​ຮູບ​ແບບ​ວິ​ທີ​ການ ແລະ ຜົນ​ຂອງ​ການ​ສຶກ​ສາ​ນີ້, ໃຫ້​ເບີ່ງ​ຢູ່​ທີ່​ປື້ມ “2008, ຄວາມ​ທຸກ ແລະ ຄວາມ​ບໍ່​ສະ​ເໝີ​ພາບ​ຢູ່​ໃນ ສປປ ລາວ -ແບບ​ຂະ​ໜາດ​ຂອງ​ພື້ນ​ທີ່ ແລະ ສີ່ງ​ທີ່​ໄດ້​ຕັດ​ສີນ​ຕໍ່​ກັບ​ພູມ ສັນ​ຖານ”.ນິ​ຍາມ​ຂອງ​ຄົວ​ເຮືອນ​ທີ່​ທຸກ​ແມ່ນ​ຄົວ​ເຮືອນ​ທີ່​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ລຸ່ມ​ເສັ້ນ​ຄວາມ​ທຸກ​ຈົນ. ພວກ​ເຮົາ​ນຳ​ໃຊ້ “ເສັ້ນ​ສະ​ແດງ​ທົ່ວ​ໄປ​ຂອງ​ຄວາມ​ທຸກ​ຈົນ” ໄດ້​ຄິດ​ໄລ່​ໂດຍ​ກົມ​ສະ​ຖິ​ຕິ​ທີ່​ເໝາະ​ສົມ​ໃຫ້​ແກ່​ຈຳ​ນວນ​ເງິນ​ທີ່ ຕ້ອງ​ການ​ຊື້ ອາ​ຫານ​ທີ່​ມີ 2,100 ແຄ​ລໍ​ລີ້ ຕໍ່​ຄົນ​ຕໍ່​ມື້, ແລະ ບວກ​ກັບ​ເບ້ຍ​ລ້ຽງ​ຕ່າງໆ ສຳ​ລັບ​ລາຍ​ການ​ທີ່​ບໍ່​ແມ່ນ​ອາ​ຫານ​ໃນ​ການ​ດຳ​ລົງ​ຊິ​ວິດ.

 

 

 

 

 

 


I