I.2    
 

ຄວາມໜາແໜ້ນຂອງຄວາມທຸກ

   
 
ແຜນ​ທີ່​ກ່ອນ​ໜ້າ​ນີ້ ສະ​ແດງ​ອັດ​ຕາ​ການ​ເກິດ​ຂື້ນ​ຂອງ​ຄວາມ​ທຸກ ແລະ ໄດ້​ກຳ​ນົດ​ເປັນ​ສ່ວນ​ຮ້ອຍ​ຂອງ ພົນ​ລະ​ເມືອງ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ລຸ່ມ​ເສັ້ນ​ຂອງ​ຄວາມ​ທຸກ. ວິ​ທີ​ອື່ນໆ ເພື່ອ​ເບິ່ງ​ການ​ຂະ​ຫຍາຍ​ຂອງ​ຄວາມ​ທຸກ ແມ່ນ​ເພື່ອ​ການ​ກວດ​ສອບ​ຄວາມ​ໜາ​ແໜ້ນ​ຊື່ງ​ໄດ້​ກຳ​ນົດ​ກໍ່​ຄື​ຈຳ​ນວນ​ຂອງ​ຜູ້​ທີ່​ທຸກ​ທີ່​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ຂອບ​ເຂດ​ສະ​ເພາະ. ແຜ່ນ​ທີ່​ນີ້​ຊີ້​ໃຫ້​ເຫັນ​ຂະ​ໜາດ​ການ​ແຈກ​ຍາຍ​ຈຳ​ນວນ​ຕົວ​ຈິງ​ຂອງ​ປະ​ຊາ​ຊົນ​ຜູ້​ທີ່​ທຸກ.
ການ​ເຮັດ​ແຜນ​ທີ່​ກ່ຽວ​ກັບ​ຈຳ​ນວນ​ຂອງ​ປະ​ຊາ​ຊົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ລຸ່ມ​ເສັ້ນ​ຂອງ​ຄວາມ​ທຸກ​ສະ​ແດງ​ໃຫ້​ເຫັນ ຢ່າງ​ຈະ​ແຈ້ງ​ບ່ອນ​ທີ່​ປະ​ຊາ​ຊົນ​ຜູ້​ທຸກ​ສວ່ນ​ໃຫ່​ຍ​ອາ​ໃສ​ຢູ່. ແຕ່​ລະ​ຈຸດ​ໃນ​ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ມີ 100 ຄົນ​ທີ່​ອາ​ໃສ​ຢູ່​ລຸ່ມ​ເສັ້ນ​ຂອງ​ຄວາມ​ທຸກ. ເປັນ​ຕາ​ໜ້າ​ສົນ​ໃຈ, ແຜນ​ທີ່​ນີ້​ບອກ​ເລື່ອງ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ບ່ອນ​ທີ່​ປະ​ຊາ​ຊົນ​ຜູ້​ທຸກ​ອາ​ໄສ​ຢູ່​ສົມ​ທຽບ​ກັບ​ເລື່ອງ​ທີ່​ໄດ້​ບອກ​ໃນ​ແຜນ​ທີ່​ກ່ອນ​ໜ້າ​ນີ້ (ແຜນ​ທີ່ 1.1), ເຖິງ​ແມ່ນ​ວ່າ​ທັງ​ສອງ​ແຜນ​ທີ່​ແມ່ນ​ພື້ນ​ຖານ​ຄື​ກັນ​ຢ່າງ​ແນ່​ນອນ​ກັບ​ການ​ຄາດ​ຄະ​ເນ​ຂອງ​ຄວາມ​ທຸກ. ສະ​ຖານ​ທີ່​ຊື່ງ​ໄດ້​ກຳ​ນົດ​ວ່າ​ເປັນ​ຂອບ​ເຂດ​ທີ່​ມີ​ຄວາມ​ທຸກ​ໃນ​ເມື່ອ​ກອ່ນ​ມາ​ເຖິງ​ປະ​ຈຸ​ບັນ​ຂອບ​ເຂດ​ດັ່ງ​ກ່າວ​ແມ່ນ​ມີ​ຈຳ​ນວນ​ຜູ້​ທຸກ​ໜ້ອຍ​ທີ່​ສຸດ ແລະ ຂອບ​ເຂດ​ທີ່​ມີ​ຈຳ​ນວນ​ຜູ້​ທຸກ​ໜ້ອຍ​ທີ່​ສຸດ​ຢູ່​ໃນ​ແຜນ​ທີ່​ອັນ​ກອ່ນ​ມາ ສ່ວນ​ແຜນ​ທີ່​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຂອບ​ເຂດ​ນີ້​ແມ່ນ​ມີ​ຈຳ​ນວນ​ຜູ້​ທີ່​ທຸກ​ສູງ​ທີ່​ສຸດ.
ເຫດ​ຜົນ​ເຫຼົ່າ​ນີ້​ເປັນ​ຂໍ້​ຂັດ​ແຍ່ງ​ສາ​ມາດ​ພົບ​ເຫັນ​ໂດຍ​ການ​ສົມ​ທຽບ​ສອງ​ແຜນ​ທີ່​ຂອງ​ຄວາມ​ທຸກ​ຄື ຄວາມ​ໜາ ແໜ້ນ ຂອງ​ພົນ​ລະ​ເມືອງ ແລະ ການ​ຂະ​ຫຍາຍ​ຕົວ​ຂອງ​ພົນ​ລະ​ເມືອງ​ຊື່ງ​ແຜນ​ທີ່​ໄດ້​ສະ​ແດງ ຢູ່​ໃນ​ພາກ B (ແຜນ​ທີ່ B.1, B.2). ຕາມ​ທຳ​ມະ​ດາ​ແລ້ວ​ພື້ນ​ທີ່​ຄວາມ​ທຸກ​ທີ່​ໜ້ອຍ​ແມ່ນ​ຄື​ກັນ​ກັບ​ພື້ນ​ທີ່​ທີ່​ຄວາມ​ໜາ​ແໜ້ນ ຂອງ ພົນ​ລະ​ເມືອງ​ທີ່​ສູງ ແລະ ໃນ​ເວ​ລາ​ດຽວ​ກັນ​ນັ້ນ​ຂອບ​ເຂດ​ຂອງ​ຄວາມ​ທຸກ​ທີ່​ສຸດ​ແມ່ນ​ມີ​ຄົນ​ອາ​ໄສ​ຢູ່​ໜອ້ຍ. ໃນ​ສະ​ພາບ​ການ​ນີ້​ມັນ​ເຮັດ​ໃຫ້​ເກິດ​ມີ​ຄວາມ​ໜາ​ແໜ້ນ​ຂອງ​ຄວາມ​ທຸກ​ສູງ​ເຖິງ​ແມ່ນ​ວ່າ​ມີ​ເຫດ​ການ​ຂອງ​ຄວາມ​ທຸກ​ຂ້ອນ​ຂ້າງ​ໜອ້ຍ ແລະ ໃນ​ທາງ​ປີ້ນ​ກັບ​ກັນ. ມັນ​ໝາຍ​ຄວາມ​ວ່າ​ຄົນ​ທຸກ​ສວ່ນ​ໃຫ່​ຍ​ແມ່ນ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຂອບ​ເຂດ​ທີ່​ມີ​ຄວາມ​ທຸກ​ໜອ້ຍ​ກວ່າ. ເຖີງ​ຢ່າງ​ໃດ​ກໍ່​ຕາມ, ການ​ເກີດ​ມີ​ຄວາມ​ທຸກ​ສູງ​ຂອງ​ພົນ​ລະ​ເມືອງ​ນັ້ນ​ມັນ​ມາ​ພ້ອມ​ກັນ​ກັບ​ຄວາມ​ໜາ​ແໜ້ນ​ຂອງ​ຄວາມ​ທຸກ​ທີ່​ຂ້ອນ​ຂ້າງ​ສູງ, ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ຢູ່​ໃນ​ພາກ​ສ່ວນ​ເຂດ​ພູ​ດອຍ​ຂອງ​ແຂວງ​ອຸ​ດົມ​ໄຊ, ແລະ ບາງ​ເຂດ​ທີ່​ບໍ່​ໜ້າ​ເຊື່ອ​ຄື​ເຂດ​ທີ່​ເລາະ​ລຽບ​ຕາມ​ເສັ້ນ​ທາງ​ແຫ່ງ​ຊາດ​ເລກ 9 ຊື່ງ​ເຊື່ອມ​ຕໍ່​ກັບ​ຕົວ​ເມືອງ​ສະ​ຫັວນ​ນະ​ເຂດ ແລະ ລາວ​ບາວ​ຊາຍ​ແດນ​ຕິດ​ກັບ ປະ​ເທດ​ຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໂດຍ​ທົ່ວ​ໄປ​ແລ້ວ,  ສ່ວນ​ຫຼາຍ​ປະ​ຊາ​ຊົນ​ທີ່​ທຸກ​ແມ່ນ​ອາ​ໄສ​ຢູ່​ຂອບ​ເຂດ​ບໍ​ລິ​ເວນ​ທີ່​ຕ່ຳ​ເປັນ​ສະ​ຖານ​ທີ່​ທີ່​ມີ​ຄົນ​ອາ​ໄສ​ຢູ່​ຫຼາຍ​ກວ່າ​ເຊັ່ນ ເລາະ​ລຽບ​ຕາມ​ແມ່​ນ້ຳ​ຂອງ, ໃນ ແລະ ອ້ອມ​ຂ້າງ​ນະ​ຄອນ​ຫລວງ​ວຽງ​ຈັນ ແລະ ເຂດ​ຕົວ​ເມືອງ​ໃນ​ແຂວງ​ອື່ນໆ ໃນ​ປະ​ເທດ.
ໃນ​ປະ​ເດັ່ນ​ນີ້ ມັນ​ອາດ​ພົວ​ພັນ​ເຖິງ​ຫຼາຍ​ປັດ​ໃຈ​ທີ່​ກວ້າງ​ຂວາງ​ກ່ຽວ​ກັບ​ການ​ເຂົ້າ​ຫາ​ໄດ້ (ສົມ​ທຽບ​ກັບ​ຕົວ​ຢ່າງ ແຜນ​ທີ່ A.5). ໃນ​ອີກ​ດ້ານ​ໜຶ່ງ​ຈາກ​ການ​ເບີ່ງ​ທັດ​ສະ​ນະ​ຂອງ​ຄວາມ​ທຸກ​ປະ​ຊາ​ຊົນ​ທີ່​ທຸກ​ແມ່ນ​ຜູ້​ທີ່​ດຳ​ລົງ ຊີ​ວິດ​ໃນ​ເຂດ​ຄວາມ​ທຸກ ແລະ ສະ​ຖານ​ທີ່​ຊື່ງ​ບໍ່​ມີ​ຄົນ​ອາ​ໄສ​ຢູ່​ຫຼາຍ ແລະ ມີ​ໂອ​ກາດ​ໜ້ອຍ​ໃນ​ການ​ເຂົ້າ​ຫາ ການ​ບໍ​ລິ​ການ ເຊັ່ນ ການ​ຕະ​ຫຼາດ, ໃຫ້​ການ​ບໍ​ລິ​ການ​ດ້ານ​ການ​ສຶກ​ສາ ແລະ ສາ​ທາ​ລະ​ນະ​ສຸກ ແລະ ແຫຼ່ງ​ຂໍ້​ມູນ. ອິ​ີກ​ປະ​ການ​ໜຶ່ງ- ຈາກ​ການ​ເບີ່ງ​ທັດ​ສະ​ນະ​ຂອງ​ຜູ້​ທີ່​ໃຫ້​ການ​ບໍ​ລິ​ການ - ຜູ້​ທີ່​ທຸກ​ທີ່​ອາ​ໄສ​ຢູ່​ໃນ ຂອບ​ເຂດ​ຂອງ​ຄວາມ​ທຸກ​ທີ່​ໜ້ອຍ​ກ່ວ​າ ແລະ ໄດ້​ມີ​ການ​ພັດ​ທະ​ນາ​ຫຼາຍ​ກວ່າ ແລະ ມີ​ຫຼາຍ​ຄົນ​ອາ​ໄສ​ຢູ່​ມັນ ເປັນ​ການ​ງ່າຍ​ທີ່​ຈະ​ເຂົ້າ​ເຖິງ​ບຸກ​ຄົນ​ເລົ່າ​ນີ້. ແຕ່​ມັນ​ເປັນ​ການ​ຍາກ​ທີ່​ຈະ​ກ້າວ​ໄປ​ຫາ​ບຸກ​ຄົນ​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ຂົງ​ເຂດ​ທີ່​ທຸກ ແລະ ບໍ່​ມີ​ຄົນ​ຢູ່​ຫຼາຍ. ການ​ເຂົ້າ​ໄປ​ຫາ​ຄົນ​ທຸກ​ໃນ​ຈຳ​ນວນ​ຕົວ​ເລກ​ດຽວ​ກັນ​ທີ່​ອາ​ໄສ​ຢູ່​ໃນ​ເຂດ​ທີ່​ທຸກ​ຫ່າງ​ໄກ​ສອກ​ຫຼີກ​ແມ່ນ​ສີ້ນ​ເປືອງ​ຄ່າ​ໃຊ້​ຈ່າຍ​ຫຼາຍ​ກວ່າ​ການ​ເຂົ້າ​ໄປ​ຫາ​ບຸກ​ຄົນ​ທີ່​ທຸກ​ໃນ​ຈຳ​ນວນ​ອັນ​ດຽວ​ກັນ​ກັບ​ທີ່​ອາ​ໄສ​ຢູ່​ໃນ​ຂົງ​ເຂດ​ທີ່​ມີ​ຄວາມ​ໜາ​ແໜ້ນ​ຂອງ​ພົນ​ລະ​ເມືອງ​ຫຼາຍ​ກວ່າ.
ການ​ສັນ​ນິ​ິ​ຖານ​ທີ່​ສຳ​ຄັນ​ຂອງ​ແຜນ​ທີ​ນີ້​ແມ່ນ​ຖ້າ​ພະ​ຍາ​ຍາມ​ຫຼຸດ​ຜອ່ນ​ຄວາມ​ທຸກ​ທັງ​ໝົດ​ດວ້ຍ​ການ​ເຈາະ​ຈົງ ໃສ່​ໃນ​ຂອບ​ເຂດ​ທີ່​ອັດ​ຕາ​ຂອງ​ຄວາມ​ທຸກ​ທີ່​ສູງ​ສຸດ. ລວມ​ທັງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້, ຜູ້​ທີ່​ທຸກ​ຈົນ​ສວ່ນ ຫຼາຍ​ຈະ​ໄດ້​ຖືກ​ແຍກ​ອອກ​ຈາກ​ຜົນ​ປະ​ໂຫຍດ​ຈາກ​ໂຄງ​ການ​ນີ້.

 

 


ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF