I.1    
 

ອັດຕາ​ການ​ເກີດຂື້ນຂອງຄວາມທຸກ

   
 

ແຜນ​ທີ່​ນີ້​ສະ​ແດງ​ອັດ​ຕາ​ຄວາມ​ທຸກ​ຢູ່​ໃນ​ລະ​ດັບ​ບ້ານ​ໄດ້​ວັດ​ແທກ​ເປັນ​ສ່ວນ​ຮ້ອຍ​ຂອງ​ພົນ​ລະ​ເມືອງ​ທີ່ ດຳ​ລົງ​ຊີ​ວິດ​ຢູ່​ລຸ່ມ​ເສັ້ນ​ຂອງ​ຄວາມ​ທຸກ. ມັນ​ໄດ້​ກຳ​ນົດ​ສະ​ເພາະ​ເຂດ​ທີ່​ທຸກ​ຢ່າງ​ຈະ​ແຈ້ງ​ຂອງ​ປະ​ເທດ. ສີ​ແດງ​ເຂັ້ມ​ໃນ​ແຜນ​ທີ່​ແມ່ນ​ອັດ​ຕາ​ຄວາມ​ທຸກ​ທີ່​ສູງ​ກວ່າ, ແລະ ສີ​ຂຽວ​ເຂັ້ມ​ແມ່ນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ພົນ ລະ​ເມືອງ​ຢູ່​ລຸ່ມ​ເສັ້ນ​ຂອງ​ຄວາມ​ທຸກ​ແມ່ນ​ໜ້ອຍ​ກວ່າ.
ໃນ​ຂະ​ນະ​ທີ່​ອັດ​ຕາ​ຄວາມ​ທຸກ​ຂອງ​ພົນ​ລະ​ເມືອງ​ໃນ​ຊາດ​ແມ່ນ​ໄດ້​ປະ​ເມີນ 34.7%, ອັດ​ຕາ​ຄວາມ​ທຸກ​ໃນ ລະ​ດັບ​ບ້ານ​ມີ​ຢ່າງ​ກ້ວ​າງ​ຂວາງ. ການ​ສົມ​ທຽບ​ແຜນ​ທີ່​ນີ້​ກັບ​ແຜນ​ທີ່​ທີ່​ໄດ້​ສະ​ເໜີ​ຢູ່​ໃນ​ພາກ A (ແຜນ​ທີ່ A.3) ສະ​ແດງ​ຢ່າງ​ຈະ​ແຈ້ງ​ວ່າ​ອັດ​ຕາ​ການ​ເກີດ​ຜົນ​ສູງ​ສຸດ​ຂອງ​ຄວາມ​ທຸກ​ແມ່ນ​ຢູ່​ໃນ​ເຂດ​ພູ​ດອຍ. ອັດ​ຕາ ຄວາມ​ທຸກ​ສູງ​ສຸດ​ແມ່ນ​ຢູ່​ໃນ​ເຂດ​ພູ​ດອຍ​ພາກ​ໃຕ້, ຍາວ​ຢຽດ​ໄປ​ຕາມ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ​ຫວຽດ ນາມ. ອັດ​ຕາ​ລະ​ດັບ​ຕ່ຳ​ກວ່າ​ແມ່ນ​ສາ​ມາດ​ພົບ​ໃນ​ບ້ານ​ສວ່ນ​ຫຼາຍ​ຂອງ​ພາກ​ເໜືອ​ເນື້ອ​ທີ່​ສູງ ຂື້ນ​ໄປ. ອັດ​ຕາ​ຄວາມ​ທຸກ​ຕຳ​ສຸດ, ໃນ​ທາງ​ທີ່​ກົງ​ກັນ​ຂ້າມ, ແມ່ນ​ພົບ​ໃນ​ເຂດ​ຊານ​ເມືອງ ແລະ ອອ້ມ​ຂ້າງ ແລະ ໃນ​ເມືອງ​ໃຫຍ່, ເທິງ​ພູ​ພຽງ​ບໍ​ລິ​ເວນ (ບາງ​ທີ​ຍ້ອນ​ວ່າ​ມີ​ເງື່ອນ​ໄຂ​ເປັນ​ໄປ​ໄດ້​ການ​ກະ​ສິ​ກຳ​ທີ​ດີ ແລະ ດີນ​ທີ່​ອຸ​ດົມ​ສົມ​ບູນ​ຈາກ​ຫີນ​ພູ​ເຂົາ​ໄຟ​ດີນ​ສີ​ນ້ຳ​ຕານ ແລະ ເງື່ອນ​ໄຂ​ສະ​ພາບ​ອາ​ກາດ​ດີ) ແລະ ໃນ​ພາກ​ໃຕ້ ຂອງ​ແຂວງ​ໄຊ​ຍະ​ບູ​ລີ​ຍາວ​ໄປ​ຕາມ​ຊາຍ​ແດນ​ປະ​ເທດ​ໄທ.
ແຜນ​ທີ່​ນີ້​ໄດ້​ໃຫ້​ລາຍ​ລະ​ອຽດ​ຂອງ​ຂະ​ໜາດ​ການ​ຂະ​ຫຍາຍ​ຕົວ​ຂອງ​ຄວາມ​ທຸກ​ກັບ​ພື້ນ​ທີ່. ຕົວ​ຢ່າງ​ໃນ​ແຂວງ ຫຼວງ​ພະ​ບາງ​ແຜນ​ທີ່​ສະ​ແດງ​ຢ່າງ​ລະ​ອຽດ​ເນື້ອ​ທີ່​ສີ​ຂຽວ​ຍາວ​ຕາມ​ແມ່​ນ້ຳ​ຂອງ ແລະ ໃນ ແລະ ອ້ອມ​ຂ້າງ ຂອງ​ເມືອງ​ຫຼວງ​ພະ​ບາງ. ນອກ​ຈາກ​ນີ້, ບ້ານ​ທີ່​ແຜນ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ສີ​ຂຽວ​ໜຶ່ງ​ຢືດ​ອອກ​ໃນ​ເນື້ອ​ທີ່ ສີ​ແດງ ແລະ ສີ​ນ້ຳ​ໝາກ​ກ້ຽງ, ຫຼັກ​ໝາຍ​ແມ່ນ​ຕ່ຳ​ກວ່າ​ຮ່ອມ​ພູ​ຂອງ​ນ້ຳ​ອູ (ອັນ​ທີ່​ທັບ​ກັບ​ພາກ​ທຳ​ອິດ​ຂອງ ຫົນ​ທາງ​ຫຼັກ​ທີ່​ເຊື່ອມ​ຕໍ່​ໃສ່​ຕົວ​ເມືອງ​ຫຼວງ​ພະ​ບາງ ແລະ ຕົວ​ເມືອງ​ອຸ​ດົມ​ໄຊ). ພື້ນ​ທີ່​ເຫຼົ່າ​ນີ້​ແມ່ນ​ມີ​ອັດ​ຕາ​ການ​ເກີດ​ຂື້ນ​ຜົນ​ຂອງ​ຄວາມ​ທຸກ​ຕ່ຳ​ຊື່ງ​ຖືກ​ອ້ອມ​ໂດຍ​ພື້ນ​ທີ່​ພູ​ດອຍ​ກັບ​ອັດ​ຕາ​ຄວາມ​ທຸກ​ທີ່​ເພີ່ມ​ຂື້ນ. ບ້ານ​ທີ່​ໃກ້ ແມ່​ນ້ຳ ປົກ​ກະ​ຕິ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ແຜນ​ດິນ​ທີ່​ຮາບ​ພຽງ, ໃນ​ຮອບ​ປີ​ໜຶ່ງ​ສາ​ມາດ​ນຳ​ໃຊ້​ນ້ຳ​ເປັນ​ຊົນ ລະ​ປະ​ທານ ແລະ ນຳ​ໃຊ້​ການ​ຄົມ​ມະ​ນາ​ຄົມ​ທາງ​ນ້ຳ, ທັງ​ໝົດ​ເຊິ່ງ​ແມ່ນ​ທິດ​ທາງ​ອັນ​ສະ​ເພາະ​ເພື່ອ​ຫຼຸດ​ຜ່ອນ ອັດ​ຕາ​ຄວາມ​ທຸກ. ນອກ​ຈາກ​ນີ້, ຫຼາຍ​ພື້ນ​ທີ່​ໃນ​ຊານ​ເມືອງ ແລະ ຢູ່​ອ້ອມ​ຂ້າງ​ເມືອງ ແລະ ຕົວ​ເມືອງ​ໃນ ແຂວງ ທາງ​ພາກ​ເໜືອ​ຂອງ​ແຂວງ​ທີ່​ມີ​ພູ​ດອຍ​ປະ​ກົດ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ກໍ່​ຄື​ພື້ນ​ທີ່​ສີ​ຂຽວ. ເຫຼົ່າ​ນີ້​ຊຶ່ງ​ເຫັນ ໄດ້​ຊັດ​ເຈນ​ຢູ່​ຕົວ​ເມືອງ​ຜົ້ງ​ສາ​ລີ, ແລະ ຢູ່​ເມືອງ​ສີງ​ຢູ່​ໃນ​ພາກ​ເໜືອ​ຂອງ​ແຂວງ​ຫຼວງ​ນ້ຳ​ທາ ແລະ ໃນ​ຕົວ​ເມືອງ ຂອງ​ເມືອງ​ໂພນ​ສະ​ຫວັນ​ໃນ​ແຂວງ​ຊຽງ​ຂວາງ.
ໃນ​ພາກ​ເໜືອ​ຂອງ​ປະ​ເທດ, ມີ​ອິດ​ທິ​ພົນ​ຂອງ​ຕາ​ໜ່າງ​ຂອງ​ຫົນ​ທາງ​ແມ່ນ​ເຫັນ​ສະ​ເພາະ​ໃນ​ບາງ​ສະ​ຖານ​ທີ (ສົມ​ທຽບ​ກັບ​ແຜນ​ທີ່ A.3 ແລະ A.6).  ຕົວ​ຢ່າງ, ມີ​ບັນ​ດາ​ບ້ານ​ທີ່​ປົກ​ຫຸ້ມ​ດ້ວຍ​ສີ​ຂຽວ​ທີ່​ແຈກ​ຢາຍ​ຢູ່ ລະ​ຫວ່າງ​ນະ​ຄອນ​ຫຼວ​ງວຽງ​ຈັນ ແລະ ຫຼວງ​ພະ​ບາງ, ຄ່ອ​ໜ້ອຍ​ລົງ​ລະ​ຫວ່າງ​ຫຼວງ​ພະ​ບາງ ແລະ ໄຊ​ຍະ​ບູ​ລີ ແລະ ໄກ​ໄປ​ຮອດ​ປາ​ກລາຍ​ໃນ​ແຂວງ​ໄຊ​ຍະ​ບູ​ລີ. ລັກ​ສະ​ນະ​ແບບ​ດຽວ​ກັນ​ນີ້​ມີ​ເສັ້ນ​ທາງ​ໃຫຍ່​ເຊື່ອມ​ຕໍ່​ກັບ ຕົວ​ເມືອງ. ອັນ​ນີ້​ບາງ​ທີ​ແມ່ນ​ຂໍ້​ສັງ​ເກດ​ໜຶ່ງ​ຂອງ​ຜົນ​ກະ​ທົບ​ຂອງ​ການ​ເຂົ້າ​ຫາ​ຕະ​ຫຼາດ​ຕໍ່​ກັບ​ອັດ​ຕາ​ຄວາມ ທຸກ. ເຊັ່ນ​ດຽວ​ກັນ, ເສັ້ນ​ສີ​ຂຽວ​ທີ່​ຢືດ​ອອກ​ຈາກ​ໄຈ​ກາງ​ຂອງ​ແຂວງ​ຫົວ​ພັນ​ເຂົ້າ​ໄປ​ຫາ​ຫຼັກ​ໝາຍ​ຊາຍ​ແດນ ປະ​ເທດ​ຫວຽດ​ນາມ​ສະ​ແດງ​ການ​ເດີນ​ທາງ​ຂອງ​ເສັ້ນ​ທາງ​ຈາກ​ຕົວ​ເມືອງ​ຊຳ​ເໜືອ​ຫາ​ເມືອງ​ວຽງ​ໄຊ ແລະ ຊາຍ​ແດນ​ຫວຽດ​ນາມ, ນີ້​ແມ່ນ​ສະ​ແດງ​ທ່າ​ແຮງ​ຂອງ​ການ​ຄ້າ​ຊາຍ​ແດນ​ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ສະ​ຖານ​ທີ່​ນັ້ນ. ເສັ້ນ​ທາງ​ຈາກ​ເມືອງ​ອຸ​ດົມ​ໄຊ​ຫາ​ທ່າ​ເຮືອ​ແມ່​ນ້ຳ​ຂອງ​ໃນ​ປາກ​ແບ່ງ ແມ່ນ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ, ແລ່ນ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຈາກ​ອຸ​ດົມ​ໄຊ​ໃນ​ສາຍ​ທີ່​ຂ້ອນ​ຂ້າງ​ຊື່​ຕາມ ລຳ​ແມ່​ນ້ຳ​ຂອງ.
ໃນ​ພາກ​ໃຕ້, ນອກ​ຈາກ​ພື້ນ​ທີ່​ສີ​ຂຽວ​ທີ່​ແຈກ​ຢາຍ​ໄປ​ຕາມ​ຮ່ອມ​ແມ່​ນ້ຳ​ຂອງ, ບັນ​ດາ​ບ້ານ​ທີ່​ມີ​ອັດ​ຕາ​ຄວາມ ທຸກ​ທີ່ ຕ່ຳ​ກວ່າ​ແມ່ນ​ແຈກ​ຢາຍ​ອອກ​ຕາມ​ຫົນ​ທາງ​ທີ່​ເຊື່ອມ​ຕໍ່​ເສັ້ນ​ທາງ​ໃຫຍ່​ເລກ​ທີ 13 ໃຕ້ ໃນ​ລ່ອງ ແມ່​ນ້ຳ​ຂອງ​ຕາມ​ຕີນ​ພູ​ທີ່​ຕິດ​ກັບ​ຫຼັກ​ຊາວ ແລະ ຊາຍ​ແດນ​ຂ້າມ​ໄປ​ຫາ​ປະ​ເທດ​ຫວຽດ​ນາມ, ເປັນ​ເສັ້ນ​ທາງ ຜ່ານ​ອັນ​ໜຶ່ງ​ຂອງ ການ​ເດີນ​ທາງ​ແຕ່​ທາງ​ຕາ​ເວັນ​ຕົກ- ຕາ​ເວັນ​ອອກ​ຜ່ານ​ແຂວງ​ບໍ​ລິ​ຄຳ​ໄຊ, ອັນ​ທີ່​ເຮັດ​ໃຫ້​ເປັນ​ຊ່ອງ​ທາງ​ທີ່​ສຳ​ຄັນ​ສຳ​ລັບ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ.

 


ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF