H.4    
 
ແຫ​ລ່ງນ້ຳ​ໃຊ້ຕົ້ນຕໍ    
 
ແຫລ່ງ​ນ້ຳ​ທີ່​ໃຊ້​ເພື່ອ​ດື່ມ ແລະ ແຕ່ງ​ກິນ​ຢູ່​ໃນ ສປປ ລາວ ໂດຍ​ທົ່ວ​ໄປ​ແລ້ວ​ແມ່ນ​ມີ​ພຽງ​ພໍ​ສຳ​ລັບ​ຢູ່​ໃນ​ຊ່ວງ ໄລ​ຍະ 6 ເດືອນ​ຂອງ​ລະ​ດູ​ຝົນ ແລະ ບວກ​ກັບ 2 ເດືອນ​ຕໍ່​ມາ. ແຕ່​ວ່າ​ຄຸນ​ນະ​ພາບ​ຂອງ​ມັນ​ອາດ​ຈະ ບໍ່​ເໜາະ​ສົມ​ໃນ​ການ​ບໍ​ລິ​ໂພກ. ດັ່ງ​ນັ້ນ ຂໍ້​ມູນ​ກ່ຽວ​ກັບ​ແຫລງ​ນ້ຳ​ທີ່​ໄດ້​ນຳ​ໃຊ້​ສຳ​ລັບ​ຄົວ​ເຮືອນ​ແມ່ນ​ມີ​ຄວາມ​ສຳ​ຄັນ.
ຂໍ້​ມູນ​ດັ່ງ​ກ່າວ ແມ່ນ​ເກັບ​ກຳ​ມາ​ຈາກ​ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ທົ່ວ​ປະ​ເທດ ປີ 2005 ໄດ້​ລາຍ​ງາ​ນວ່າ​ຄົວ​ເຮືອນ​ທີ່​ໃຊ້​ນ້ຳ​ສ້າງ ຫຼື ນ້ຳ​ບາ​ດານ​ບໍ່​ມີ​ຝາ​ປິດ ມີ 23.8%, ໃຊ້​ນ້ຳ​ສ້າງ ຫຼື ນ້ຳ​ບາ​ດານ ມີ​ຝາ​ປິດ​ມີ 22.0% ຖັດ​ມາ​ແມ່ນ​ໃຊ້​ນ້ຳ​ຈາກ​ແມ່​ນ້ຳ ຫຼື ນ້ຳ​ຫ້ວຍ ຫຼື ເຂື່ອນ​ມີ 20.5%, ໃຊ້​ນ້ຳ​ປະ​ປາ​ມີ​ພຽງ 12.9% ແລະ​ໃຊ້​ນ້ຳ​ຝົນ ແລະ ນ້ຳ​ອື່ນໆ ແມ່ນ​ມີ​ໜ້ອຍ​ກ່ວ​າ 1%. ມັນ​ແມ່ນ​ການ​ສົມ​ມຸດ​ຖານ​ກ່ຽວ​ກັບ ແຫລ່ງ​ນ້ຳ​ອື່ນໆບວກ​ກັບ​ຜະ​ລິດ​ຕະ​ພັນ​ຈາກ​ອຸ່ນ​ຕຼ້າ​ໄວ​ໂອ​ເລັດ ແລະ ໂອ​ໂຊນ​ເພື່ອ​ນຳ​ມາ​ຜະ​ລິດ​ນ້ຳ. ບັນ​ດາ​ນ້ຳ​ດັ່ງ​ກ່າວ​ແມ່ນ​ໄດ້​ນຳ​ມາ​ຈຳ​ໜ່າຍ​ດ້ວຍ​ລາ​ຄາ​ທີ່​ບໍ່​ແພງ​ເກີນ​ໄປ​ສຳ​ລັບ​ຕຸກ 20 ລິດ​ຊຶ່ງ​ໃນ​ເກືອບ ທົ່ວ​ທຸກ​ເມືອງ ແລະ ໝູ່​ບ້ານ​ກໍ່​ມີ​ຄວາມ​ສະ​ດວກ​ທີ່​ຈະ​ເຂົ້າ​ໄປ​ເຖິງ. ບັນ​ດາ​ບ້ານ​ທີ່​ຢູ່​ຫ່າງ​ໄກ​ສອກ​ຫຼີກ​ແມ່ນ ໄດ້​ນຳ​ໃຊ້​ໄຫ​ດິນ​ທີ່​ມີ​ລັກ​ສະ​ນະ​ແບບ​ຈີນ​ເພື່ອ​ບັນ​ຈຸ​ນ້ຳ. ບັນ​ດາ​ໄຫ​ດິນ​ດັ່ງ​ກ່າວ​ແມ່ນ​ນຳ​ໃຊ້​ເພື່ອ ເກັບ​ນ້ຳ​ຝົນ ແລະ ຊຶ່ງ​ໃນ​ເມື່ອ​ກ່ອນ​ແມ່ນ​ນຳ​ໃຊ້​ນ້ຳ​ເພື່ອ​ດື່ມ ແລະ ແຕ່ງ​ກິນ ແຕ່​ມາ​ໃນ​ປະ​ຈຸ​ບັນ​ນ້ຳ​ເຫຼົ່າ​ນັ້ນ​ແມ່ນ​ນຳ​ມາ ເພື່ອ​ໃຫ້​ສັດ​ດື່ມ ແລະ ກໍ່​ໃຊ້​ເພື່ອ​ອາບ ຫຼື ຊັກ​ເຄື່ອງ. ໂດຍ​ທົ່ວ​ໄປ​ແລ້ວ​ອາດ​ຈະ​ເວົ້າ​ໄດ້​ວ່າ ປະ​ມານ 35% ຂອງ​ພົນ​ລະ​ເມືອງ​ແມ່ນ​ໄດ້​ມີ​ນ້ຳ​ທີ່​ມີ​ຄວາມ​ສະ​ອາດ​ຊຶ່ງ​ໄດ້​ມາ​ຈາກ​ນ້ຳ​ປະ​ປາ​ມີ​ພຽງ (12.9%) ແລະ ນ້ຳ​ສ້າງ ຫຼື ນ້ຳ​ບາ​ດານ (22.0%) ເຖິງ​ແມ່ນ​ວ່າ​ຢູ່​ໃນ​ແຜນ​ທີ່ H.4 ການ​ມີ ນ້ຳ​ຄື​ດັ່ງ​ກ່າວ​ກໍ່​ມີ​ຂອບ ເຂດ​ຈຳ​ກັດ.
ແຜນ​ທີ່ H.4 ສະ​ແດງ​ໃຫ້​ເຫັນ​ວ່າ​ເກືອບ​ທຸກໆຂົງ​ເຂດ​ເທດ​ສະ​ບານ​ເມືອງ​ໃນ​ປະ​ຈຸ​ບັນ​ແມ່ນ​ມີ​ອ່າງ ສະ​ໂຕ​ໂດ​ເກັບ​ນ້ຳ​ຊຶ່ງ​ເຮັດ​ໃຫ້​ຄົວ​ເຮືອນ​ຢູ່​ໃນ​ສູນ​ກາງ​ຕົວ​ເມືອງ​ມີ​ນ້ຳ​ປະ​ປາ​ຊຶ່ງ​ມີ​ຄວາມ​ສະ​ອາດ​ມາ​ນຳ​ໃຊ້. ການ​ມີ​ນ້ຳ​ປະ​ປາ​ໃຊ້​ແມ່ນ​ມີ​ແຕ່​ຢູ່​ບາງ​ສ່ວນ​ຂອງ​ນະ​ຄອນ​ຫລວງ ວຽງ​ຈັນ, ສະ​ຫວັນ​ນະ​ເຂດ, ສາ​ລະ​ວັນ ແລະ​ຈຳ​ປາ​ສັກ, ສ່ວນ​ຢູ່​ແຂວງ​ອື່ນ​ຖ້າ​ມີ​ກໍ່​ແມ່ນ​ມີ​ແຕ່​່​ຢູ່​ໃນ​ຕົວ​ເມືອງ​ໃຫຍ່​ຂອງ​ແຂວງ​ເທົ່າ​ນັ້ນ. ເຖິງ​ຢ່າງ ໃດ​ກໍ່​ຕາມ​ມີ​ພຽງ 12.9% ຂອງ​ພົນ​ລະ​ເມືອງ​ແມ່ນ​ໄດ້​ມີ​ແຫລ່ງ​ນ້ຳ​ດັ່ງ​ກ່າວ​ໃຊ້​ຊຶ່ງ​ມັນ​ມີ​ຄວາມ​ສະ​ອາດ ແລະ ກໍ່​ປະ​ຢັດ​ແຮງ​ງານ​ໃນ​ການ​ໄປ​ຂົນ​ເອົາ.
ໃນ​ທາງ​ຕາ​ເວັນ​ອອກ​ຂອງ​ພາກ​ກາງ ແລະ ພາກ​ໃຕ້ ຄົວ​ເຮືອນ​ສ່ວນ​ໃຫຍ່​ແມ່ນ​ໃຊ້​ນ້ຳ​ຈາກ ແມ່​ນ້ຳ, ນ້ຳ​ຫ້ວຍ, ນ້ຳ​ໜອງ ຫຼື ນ້ຳ​ມາ​ຈາກ​ເຂື່ອນ. ສ່ວນ​ຢູ່​ພາກ​ເໜືອ​ທີ່​ເປັນ​ເຂດ​ພູ​ສູງ ຄົວ​ເຮືອນ​ສ່ວນ​ໃຫຍ່​ແມ່ນ ໃຊ້​ນ້ຳ​ຈາກ​ນ້ຳ​ລິນ ຫຼື ນ້ຳ​ອອກ​ບໍ່ ໂດຍ​ສະ​ເພາະ​ແມ່ນ​ແຂວງ​ຜົ້ງ​ສາ​ລີ, ແຂວງ​ຫລວງ​ນ້ຳ​ທາ, ແຂວງ​ບໍ່​ແກ້ວ, ແຂວງ​ຫົວ​ພັນ, ແຂວງ​ຫລວງ​ພະ​ບາງ, ແລະ ເຂດ​ພິ​ເສດ​ໄຊ​ສົມ​ບູນ. ຢູ່​ພາກ​ກາງ​ຂອງ ປະ​ເທດ​ເຂດ ທີ່​ໃຊ້​ນ້ຳ​ສ້າງ​ມີ​ຝາ​ປິດ ຫຼື ນ້ຳ​ອອກ​ບໍ່ ປະ​ກົດ​ເຫັນ​ມີ​ຢູ່​ທາງ​ພາກ​ໃຕ້​ເຊັ່ນ ແຂວງ ສະ​ຫວັນ​ນະ​ເຂດ, ພາກ ຕາ​ເວັນ​ຕົກ ຂອງ​ແຂວງ​ສາ​ລະ​ວັນ ແລະ ແຂວງ​ຈຳ​ປາ​ສັກ. ການ​ນຳ​ໃຊ້​ນ້ຳ ສ້າງ​ມີ​ຝາ​ປິດ ຫຼື ນ້ຳ​ບາ​ດານ ສ່ວນ​ຫຼາຍ​ແມ່ນ​ເຫັນ​ມີ​ຢູ່​ບາງ​ເຂດ​ຂອງ​ແຂວງ​ໄຊ​ຍະ​ບູ​ລີ, ແຂວງ​ວຽງ​ຈັນ, ນະ​ຄອນ​ຫລວງ​ວຽງ​ຈັນ, ແຂວງ ຄຳ​ມ່ວນ ແລະ ແຂວງ​ສະ​ຫວັນ​ນະ​ເຂດ.
ຂໍ້​ມູນ​ກ່ຽວ​ກັບ​ແຫລ່ງ ນ້ຳ​ທີ່​ໃຊ້​ເພື່ອ​ດື່ມ ແລະ ແຕ່ງ​ກີນ​ແມ່ນ​ມີ​ຄວາມ​ສຳ​ຄັນ​ຍ້ອນ​ວ່າ​ມັນ​ມີ​ຜົນ​ກະ​ທົບ​ຕໍ່ ສຸ​ຂະ​ພາບ​ຂອງ​ປະ​ຊາ​ກອນ. ໂດຍ​ລວມ​ແລ້ວ 65% ຂອງ​ພົນ​ລະ​ເມືອງ​ແມ່ນ​ຍັງ​ຄົງ​ບໍ່​ມີ​ນ້ຳ​ທີ່​ສະ​ອາດ​ໃຊ້. ຄວາມ​ຕ້ອງ​ການ ໃນ​ການ​ຕົ້ມ​ນ້ຳ​ເພື່ອ​ບໍ​ລິ​ໂພກ​ນັ້ນ​ມັນ​ຍັງ​ບໍ່​ທັນ​ໄດ້​ແຜ່​ຫຼາຍ​ເທົ່າ​ທີ່​ຄວນ. ນ້ຳ​ທີ່​ບໍ່​ໄດ້​ຕົ້ມ ແລະ ອາ​ຫານ​ທີ່​ບໍ່ ສຸກ​ແມ່ນ​ສາ​ເຫດ​ຕົ້ນ​ຕໍ​ຂອງ​ພະ​ຍາດ​ລຳ​ໃສ້ ແລະ ຄວາມ​ເຈັບ​ປ່ວຍ ແລະ ນ້ຳ​ໜັກ​ຫຼຸດ ສາ​ເຫດ​ແມ່ນ​ຍອ້ນ​ມີ ແມ່​ທ້ອງ ແລະ ອັດ​ຕາ​ການ​ເສຍ​ຊີ​ວິດ​ຂອງ​ເດັກ​ນ້ອຍ​ຈຶ່ງ​ມີ​ສູງ​ຢູ່​ໃນ ສປປ ລາວ. ສຳ​ລັບ​ນັກ​ວາງ​ແຜນ​ພັດ​ທະ​ນາ​ດ້ານ​ສັງ​ຄົມ​ມັນ​ແມ່ນ​ຄວາມ​ຕ້ອງ​ການ​ຮີບ​ດ່ວນ​ທີ່​ຈະ​ຕ້ອງ​ໄດ້​ຂະ​ຫຍາຍ ຕາ​ໜ່າງ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ໃຫ້​ມີ​ນ້ຳ​ສະ​ອາດ​ໃຊ້​ຈຸດ​ປະ​ສົງ​ແມ່ນ​ເພື່ອ​ຫລີ​ກລ້ຽງ​ການ​ການ​ຕິດ ພະ​ຍາດ​ຕ່າງໆ ທີ່​ມາ ທາງ​ນ້ຳ​ຊຶ່ງ​ອາດ​ພາ​ໃຫ້​ເສຍ​ຊີ​ວິດ​ໄດ້.

 

 

 


ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF