G.7    
 

ຄົວເຮືອນມີດິນກະສິກຳເປັນຂອງຕົນເອງ

   
 
‘'ຄົວ​ເຮືອນ​ມີ​ດິນ​ກະ​ສິ​ກຳ​ເປັນ​ຂອງ​ຕົນ​ເອງ’ ໝາຍ​ຄວາມ​ວ່າ​ຄົວ​ເຮືອນ​ເຫຼົ່າ​ນັ້ນ​ແມ່ນ​ເປັນ​ເຈົ້າ​ຂອງ​ທີ່​ດິນ ຫຼື ນຳ​ໃຊ້​ທີ່​ດິນ​ເພື່ອ​ເຮັດ​ການ​ກະ​ສິ​ກຳ. ການ​ພິ​ຈາ​ລະ​ນາ​ເຫັນ​ວ່າ​ອັດ​ຕາ​ສ່ວນ​ຮ້ອຍ​ຂອງ​ພົນ​ລະ​ເມືອງ​ຜູ້​ທີ່​ໄດ້​ເຮັດ​ຈິດ​ຈະ​ກຳ​ຕົ້ນ​ຕໍ​ແມ່ນ​ການ​ກະ​ສິ​ກຳ ມີ​ອັດ​ຕາ​ສູງ​ຫຼາຍ (ເບິ່ງ​ໃນ​ແຜນ​ທີ່ G.6 ) ຄວາມ​ສຳ​ຄັນ​ຂອງ ຄົວ​ເຮືອນ​ທີ່​ມີ​ດິນ​ກະ​ສິ​ກຳ​ເປັນ​ຂອງ​ຕົນ​ເອງ​ແມ່ນ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ: ຄົວ​ເຮືອນ​ບໍ່​ມີ​ໂອ​ກາດ​ທີ່​ຈະ​ໄດ້ ນຳ​ໃຊ້​ທີ່​ດິນ​ເປັນ​ຂອງ ຕົນ​ເອງ​ບາງ​ເທື່ອ​ອາດ​ຈະ​ມີ​ຄວາມ​ສ່ຽງ​ຫຼາຍ​ຕໍ່​ການ​ເປັນ​ໜີ້​ສິນ​ຄື​ດັ່ງ​ທີ່​ຜົນ​ຂອງ ສະ​ພາບ​ອາ​ກາດ ຫຼື ສະ​ພາບ​ຂອງ​ການ​ຕະ​ຫຼາດ​ບໍ່​ເໝາະ​ສົມ.
ຢູ່​ໃນ ສປປ ລາວ 67% ຂອງ​ທັງ​ໝົດ​ຄົວ​ເຮືອນ​ແມ່ນ​ມີ​ດິນ​ກະ​ສິ​ກຳ​ເປັນ​ຂອງ​ຕົນ​ເອງ, ຊຶ່ງ​ເຂົາ​ເຈົ້າ​ຄິ​ດວ່າ ດິນ​ນັ້ນ​ເປັນ​ຂອງ​ເຂົາ​ເຈົ້າ. ໃນ​ເຂດ​ພື້ນ​ທີ່​ຕົວ​ເມືອງ​ອັດ​ຕາ​ສ່ວນ​ນີ້​ແມ່ນ​ມີ​ສູງ​ເຖິງ 40.6% ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ສ່ວນ​ຫຼາຍ​ແມ່ນ​ຍັງ​ຄົງ​ມີ​ກິດ​ຈະ​ກຳ​ທາງ​ດ້ານ​ກະ​ສິ​ກຳ​ຢູ່​ໃກ້​ກັບ​ຕົວ​ເມືອງ​ໃຫຍ່ ຫຼື ຢູ່​ໃນ​ຕົວ​ເມືອງ​ໃຫຍ່ ແລະ ຍ້ອນ​ເຫດ​ດັ່ງ​ກ່າວ​ມັນ​ອາດ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ປະ​ຊາ​ຊົນ​ອາ​ໄສ​ຢູ່​ໃນ​ຕົວ​ເມືອງ​ໃຫຍ່​ມີ​ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ອາ​ຫານ.
ແຜນ​ທີ່ G.7 ສະ​ແດງ​ໃຫ້​ເຫັນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຄົວ​ເຮືອນ​ສ່ວນ​ໃຫຍ່​ແມ່ນ​ມີ​ໂອ​ກາດ​ໃນ​ການ​ນຳ​ໃຊ້​ເນື້ອ​ທີ່​ດິນ​ກະ​ສິ​ກຳ​ເປັນ​ຂອງ​ຕົນ​ເອງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ​ຢູ່​ໃນ​ບາງ​ຂອບ​ເຂດ​ທີ່​ສະ​ແດງ​ດ້ວຍ​ສີ​ຂຽວ​ອ່ອນ​ຢູ່​ໃນ​ແຜນ​ທີ່​ດັ່ງ​ກ່າວ​ອັດ​ຕາ​ສ່ວນ​ແມ່ນ​ຍັງ​ມີ​ຕ່ຳ ດັ່ງ​ນັ້ນ​ຂອບ​ເຂດ​ດັ່ງ​ກ່າວ​ຈຶ່ງ​ມີ​ຄວາມ​ໜ້າ​ສົນ​ໃຈ. ນອກ​ຈາກ​ພື້ນ​ທີ່​ຕົວ​ເມືອງ​ທີ່​ໄດ້​ພັນ​ລະ​ນາ​ໄວ້​ແລ້ວ, ມັນ​ມີ​ອັດ​ຕາ​ສ່ວນ​ຂອງ​ຄົວ​ເຮືອນ​ທີ່​ຕ່ຳ​ທີ່​ສຸດ​ທີ່​ໄດ້​ນຳ​ໃຊ້​ເນື້ອ​ທີ່​ດິນ​ກະ​ສິ​ກຳ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ແຂວງ​ຫົວ​ພັນ. ຢູ່​ໃນ​ແຂວງ​ດັ່ງ​ກ່າວ​ນີ້​ຊາວ​ກະ​ສິ​ກອນ ສ່ວນ​ໜ້ອຍ​ທີ່​ສຸດ​ທີ່​ຈະ​ນຳ​ໃຊ້​ທີ່​ດິນ​ເປັນ​ຄື​ກັບ​ເປັນ​ຂອງ​ຕົນ​ເອງ​ເພາະ​ວ່າ​ເນື້ອ​ທີ່​ດິນ​ເຫຼົ່າ​ນັ້ນ​ແມ່ນ​ຍັງ​ຄົງ​ຂື້ນ ກັບ​ກຳ​ມະ​ສິດ​ເປັນ​ຂອງ​ສ່ວນ​ລວມ, ຍ້ອນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ນຳ​ໃຊ້​ທີ່​ດິນ​ຍັງ​ບໍ່​ທັນ​ມີ​ການ​ປ່ຽນ​ແປງ. ຈົນ​ເຖິງ​ປະ​ຈຸ​ບັນ​ນີ້ ການ​ໂອນ​ກຳ​ມະ​ສິດ​ທີ່​ດິນ​ແມ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ເປັນ​ຜູ້​ມີ​ສິດ​ນຳ​ໃຊ້. ນອກ​ຈາກ​ນັ້ນ​ມີ​ບາງ​ກຸ່ມ​ຊາວ​ກະ​ສິ​ກອນ ແມ່ນ​ຍັງ​ບໍ່​ມີ​ທີ່​ດິນ​ເປັນ​ຂອງ​ຕົນ​ເອງ ແຕ່​ພັດ​ໄດ້​ເຊົ່າ​ທີ່​ດິນ​ເພື່ອ​ເຮັດ​ກະ​ສິ​ກຳ; ການ​ຈ່າຍ​ເປັນ​ເງິນ​ສົດ, ຜົນ​ເກັບ​ກ່ຽວ, ແຮງ​ງານ ຫຼື ວິ​ທີ​ອື່ນໆ. ການ​ສັງ​ເກດ​ໃນ​ເບື້ອງ​ຕົ້ນ ພວກ​ເຮົາ​ສາ​ມາດ​ສຳ​ນຶກ​ອອກ​ວ່າ ຄວາມ​ແຕກ​ຕ່າງ​ທີ່​ຊັດ​ເຈນ​ຢູ່​ໃນ​ບໍ​ລິ​ເວນ​ສະ​ເພາະ​ນັ້ນ​ເປັນ​ເຫດ​ເຮັດ​ໃຫ້​້​ຂໍ້​ມູນ​ມີ​ຄວາມ​ຜິດ​ພາດ ແຕ່​ຖ້າ​ຫາກ​ພວກ​ເຮົາ​ພິ​ຈາ​ລະ​ນາ​ຢ່າງ​ລະ​ອຽດ​ແລ້ວ​ມັນ​ຈະ​ເປັນ ສີ່ງ​ທີ່​ໜ້າ​ປະ​ທັບ​ໃຈ ຂອງ​ຕົວ​ຢ່າງ​ກ່ຽວ​ກັບ​ທິດ​ທາງ​ນະ​ໂຍ​ບາຍ​ຊຶ່ງ​ອາດ​ຈະ​ມີ​ອິດ​ທິ​ພົນ​ຕໍ່​ກັບ​ການ​ດຳ​ລົງ​ຊີ​ວິດ ແລະ ການ​ນຳ​ໃຊ້​ທີ່​ດິນ​ແມ້​ກະ​ທັ້ງ​ໃນ​ພື້ນ​ທີ່​ຫ່າງ​ໄກ​ສອກ​ຫຼີກ​ຂອງ​ປະ​ເທດ.
ອີກ​ບັນ​ຫາ​ໜຶ່ງ ບັນ​ດາ​ແຂວງ​ຕ່າງໆ​ເຊັ່ນ ແຂວງ ຫຼວງ​ນ້ຳ​ທາ ແລະ ແຂວງ​ບໍ່​ແກ້ວ, ແລະ ໃນ​ໝູ່​ບ້ານ​ທີ່​ເລາະ​ລຽບ​ຕາມ​ຊາຍ​ແດນ​ຫວຽດ​ນາມ ກັບ​ແຂວງ ບໍ​ລິ​ຄຳ​ໄຊ ແລະ ແຂວງ ສະ​ຫັວນ​ນະ​ເຂດ ແລະ ພາກ ໄຕ້​ຂອງ​ແຂວງ ອັດ​ຕະ​ປື​ມັນ​ກໍ່​ເປັນ​ບໍ​ລິ​ເວນ​ທີ່​ມີ​ອັດ​ຕາ​ສ່ວນ​ທີ່​ຕ່ຳ​ຂອງ​ຄົວ​ເຮືອນ​ທີ່​ມີ​ດິນ​ກະ​ສິ​ກຳ​ເປັນ​ຂອງ​ຕົນ​ເອງ. ເຖິງ​ແມ່ນ​ວ່າ ສາ​ເຫດ​ທີ່​ແນ່​ນອນ​ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກ ທີ່​ຈະ​ເຮັດ​ໃຫ້​ໝັ້ນ​ໃຈ ແຕ່​ວ່າ​ການ​ສົມ​ມຸດ​ຖານ​ໃນ​ການ​ເຮັດ​ໄຮ່​ແບບ​ບໍ່​ຄົງ​ທີ່​ແມ່ນ​ຍັງ​ຄົງ​ເປັນ​ກິດ​ຈະ​ກຳ​ຫຼັກ​ກ່ຽວ​ກັບ​ກະ​ສິ​ກຳ​ຢູ່​ໃນ​ພື້ນ​ທີ່​ດັ່ງ​ກ່າວ​ຊຶ່ງ​ເປັນ​ປ່າ​ດົງ ແລະ ພື້ນ​ທີ່​ຫ່າງ​ໄກ​ສອກ​ຫຼີກ ແລະ ທົ່ງ​ນາ​ຖາ​ວອນ​ແມ່ນ​ມີ​ຈຳ​ນວນ​ໜ້ອຍ. ນັບ​ຕັ້ງ​ແຕ່​ມີ​ການ​ເຮັດ​ໄຮ່​ແບບ​ບໍ່​ຄົງ​ທີ່​ຊຶ່ງ​ໄດ້​ນຳ​ໃຊ້​ເນື້ອ​ທີ່​ດິນ​ແບບ​ໜູ​ນວຽນ ເນື້ອ​ທີ່​ດິນ​ທີ່​ໄດ້​ຄາດ​ໄຖ​ໄວ້​ແລ້ວ​ປ່ອຍ​ໃຫ້​ມັນ​ຫວ່າງ​ເປົ່າ​ຈຶ່ງ​ໄດ້​ນຳ​ໃຊ້​ເຂົ້າ​ເປັນ​ດິນ​ຂອງ​ຊຸມ​ຊົນ. ຍ້ອນ​ການ​ນຳ​ໃຊ້​ເນື້ອ​ທີ່​ດິນ​ດັ່ງ​ກ່າວ​ເປັນ​ຄື​ກັບ​ດິນ​ຂອງ​ຊຸມ​ຊົນ ສະ​ນັ້ນ​ພວກ​ເຂົາ​ຈຶ່ງ​ຈຳ​ຕ້ອງ​ໄດ້​ປະ​ຕິ​ບັດ​ກັນ​ມາ​ເປັນ​ແບບ​ຮີດ​ຄອງ​ປະ​ເພ​ນີ ແລະ ມັນ​ກໍ່​ງ່າຍ​ທີ່​ຈະ​ເຂົ້າ​ໃຈ​ເຖິງ​ສາ​ເຫ​ດວ່າ​ເປັນ​ຫຍັງ​ຄົວ​ເຮືອນ​ເຫຼົ່າ​ນີ້​ຈຶ່ງ​ຄິ​ດວ່າ​ເຂົາ​ເຈົ້າ​ບໍ່​ມີ​ດິນ​ເປັນ​ຂອງ​ຕົນ​ເອງ.
 


ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF