F.1    
 
ການແຈກຢາຍກຸ່ມຊົນເຜົ່າຕາມໝວດພາສາ    
 
ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (LFNC) ແມ່ນ​ອົງ​ການ​ຈັດ​ຕັ້ງ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດ ນະ​ໂຍ​ບາຍ​ຊົນ​ເຜົ່າ​ຂອງ​ພັກ​ລັດ​ຖະ​ບານ. ໂດຍ​ອີງ​ຕາມ​ການ​ຈັດ​ເຜົ່າ​ສາ​ກົນ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້​ຈັດ​ແບ່ງ​ກຸ່ມ​ຊົນ​ເຜົ່າ​ໃນ ສປປ ລາວ ອອກ​ເປັນ​ສີ່​ເຜົ່າ​ຕາມ​ໝວດ​ພາ​ສາ​ຄື: ໝວດ​ພາ​ສາ​ລາວ-ໄຕ; ໝວດ​ພາ​ສາ​ມອນ-ຂະ​ແມ; ໝວດ​ພາ​ສາ​ມົ້ງ-ອິວ​ມຽນ (ມົ້ງ-ຢ້າວ, ມຽວ​ຢ້າວ); ແລະ ໝວດ​ພາ​ສາ ຈີນ-ຕີ​ເບດ. ໃນ​ປະ​ຈຸ​ບັນ​ນີ້​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ກຸ່ມ​ຊົນ​ເຜົ່າ​ຈຳ​ນວນ 49 ກຸ່ມ ແລະ 160 ປະ​ເພດ​ເຜົ່າ​ຍ່ອຍ ຫຼື ຊິງ. ການ​ຈັດ​ປະ​ເພດ​ກຸ່ມ​ເຜົ່າ​ຕາມ​ໝວດ​ພາ​ສາ​ເປັນ​ການ​ປ່ຽນ​ແທນ ກຸ່ມ​ເຜົ່າ​ທີ່​ໄດ້​ໃຊ້​ກັນ​ມາ​ເປັນ​ທາງ​ການ​ໃນ​ເມື່ອ​ກ່ອນ​ຄື​ເຜົ່າ​ລາວ​ລຸ່ມ, ລາວ​ເທິງ ແລະ ລາວ​ສູງ​ຈົນ​ມາ​ຮອດ​ໄລ​ຍະ​ປີ 1991 ຊຶ່ງ​ແມ່ນ​ປີ​ທີ່​ໄດ້ ຢັ້ງ​ຢືນ​ເອົາ​ລັດ​ຖະ​ທຳ​ມະ​ນູນ. ປະ​ເພດ​ກຸ່ມ​ຊົນ​ເຜົ່າ​ເກົ່າ​ເຫຼົ່າ​ນີ້​ແມ່ນ​ມີ​ລັກ ສະ​ນະ​ກົງ​ກັນ​ກັບ​ກຸ່ມ​ຊົນ​ເຜົ່າ​ຕາມ​ໝວດ​ພາ​ສາ ຄື​ຊົນ​ເຜົ່າ​ລາວ-ໄຕ, ມອນ-ຂະ​ແມ ແລະ ມົ້ງ-ມຽນ/ຈີນ-ຕີ​ເບດ​ຕາມ​ລຳ​ດັບ. ໃນ​ປະ​ຈຸ​ບັນ​ນີ້, ການ​ນຳ​ໃຊ້​ຊື່​ຊົນ​ເຜົ່າ​ເປັນ​ທງ​ການ​ນັ້ນ​ມັນ​ຮຽກ ຮ້ອງ​ໃຫ້​ນຳ​ໃຊ້​ເຜົ່າ​ໜຶ່ງ​ຂອງ 49 ກຸ່ມ ຫຼື ປະ​ເພດ​ຊົນ​ເຜົ່າ.
ໃນ​ທາງ​ວິ​ຊາ​ການ​ແລ້ວ ຊື່​ເຜົ່າ​ຕາມ​ໝວດ​ພາ​ສາ​ຊີ້​ບອກ​ໃຫ້​ຮູ້​ວ່າ ການ​ຈັດ​ປະ​ເພດ​ກຸ່ມ​ແມ່ນ​ໄດ້​ອີງ​ໃສ່​ການ ກຳ​ນົດ​ຕົນ​ເອງ​ເປັນ​ກຸ່ມ​ເຜົ່າ​ໃດ​ໜຶ່ງ​ຕ່າງ​ຫາກ​ໂດຍ​ຖື​ເອົາ​ພາ​ສາ​ມາ​ເປັນ​ເງື່ອນ​ໄຂ​ຕົ້ນ​ຕໍ​ໃນ​ການ​ກຳ​ນົດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ການ​ກຳ​ນົດ​ປະ​ເພດ​ເຜົ່າ​ຍ່ອຍ​ໃນ​ບັນ​ຊີ​ທາງ​ການ​ແມ່ນ​ບໍ່​ຈຳ​ເປັນ​ຈະ ກຳ​ນົດ​ໃຫ້​ເປັນ ໄປ​ຕາມ​ເງື່ອນ​ໄຂ​ທາງ​ດ້ານ​ຊົນ​ເຜົ່າ​ຕາມ​ໝວດ​ພາ​ສາ​ກໍ່​ໄດ້. ມີ​ຫຼາຍ​ປະ​ເພດ​ເຜົ່າ ເຊັ່ນ​ຕົວ​ຢ່າງ​ເຜົ່າ​ລາວ ແມ່ນ​ລວມ​ເອົາ​ກຸ່ມ​ຕ່າງໆ ອີງ​ໃສ່​ເງື່ອນ​ໄຂ​ເຜົ່າ​ຕາມ​ໝວດ​ພາ​ສາ​ນັ້ນ​ແມ່ນ ມີ​ຄວາມ​ໃກ້​ຄຽງ​ກັບ​ເຜົ່າ​ຜູ້​ໄທ ຫຼາຍ​ກວ່າ.
ແຜນ​ທີ່​ນີ້​ສະ​ແດງ​ໄລ​ຍະ​ການ​ແຈກ​ຢາຍ​ຂອງ​ສີ່​ເຜົ່າ​ຕາມ​ໝວດ​ພາ​ສາ. ແຕ່​ລະ​ຈຸດ​ເມັດ​ແມ່ນ ແທນ​ໃຫ້ 100 ຄົນ ຂອງ​ແຕ່​ລະ​ຕະ​ກຸນ. ແຕ່​ລະ​ຕະ​ກຸນ​ແມ່ນ​ອາ​ໄສ​ຢູ່​ໃນ​ເຂດ​ພື້ນ​ທີ່​ພູມ​ສັນ​ຖານ​ແຕກ​ຕ່າງ ກັນ​ໄປ. ການ​ຈັດ​ແບ່ງ​ທີ່​ເຫັນ​ຊັດ​ເຈນ​ທີ່​ສຸດ​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ​ເຜົ່າ​ຕະ​ກຸນ​ຈີນ-ຕີ​ເບດ. ສ່ວນ​ເຜົ່າ ມອນ-ຂະ​ແມ​ແມ່ນ​ມີ​ຢູ່​ກະ​ແຈກ​ກະ​ຈາຍ​ທົ່ວ​ໄປ​ຕັ້ງ​ແຕ່​ເໜືອ​ເຖິງ​ໃຕ້. ຮູບ​ແບບ​ລະ​ອຽດ​ໄລ​ຍະ​ການ ແຈກ​ຢາຍ​ຂອງ​ຊົນ​ເຜົ່າ​ໃນ​ພື້ນ​ທີ່​ອາ​ໄສ​ອັນ​ດຽວ​ກັນ​ທີ່​ປະ​ກົດ​ມີ​ສ່ວນ​ໃຫຍ່​ໃນ​ເຂດ​ອ້ອມ​ຂ້າງ​ເທດ​ສະ​ບານ ແຂວງ​ຕ່າງໆ ແລະ ເລາະ​ລຽບ​ຕາມ​ເສັ້ນ​ທາງ​ຄົມ​ະ​ນາ​ຄົນ​ສຳ​ຄັນ​ນັ້ນ​ຖື​ວ່າ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ຢ່າງ​ຍິ່ງ.  ຕົວ​ຢ່າງ​ເຜົ່າ​ລາວ-ໄຕ​ພາ​ກັນ​ອາ​ໄສ​ຢູ່​ຫຼາຍ​ໃນ​ເຂດ​ໃຈ​ກາງ​ຂອງ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ໂດຍ​ລວມ​ຕົວ ກັນ​ເຂົ້າ​ກວມ​ເອົາ​ຈຳ​ນວນ​ພົນ​ລະ​ເມືອງ​ສ່ວນ​ໃຫຍ່​ໃນ​ຕົວ​ເມືອງ​ທາງ​ພາກ​ເໜືອ ແລະ ພາກ​ຕາ​ເວັນ​ອອກ ຂອງ​ປະ​ເທ​ດລວມ​ທັງ​ຢູ່​ໃນ​ເຂດ​ພື້ນ​ທີ່​ອາ​ໄສ​ຂອງ​ກຸ່ມ​ຊົນ​ເຜົ່າ​ອື່ນ​ທີ່​ກວມ​ເອົາ​ຈຳ​ນວນ​ພົນ​ລະ​ເມືອງ​ສ່ວນ ໃຫຍ່.  ສາ​ມາດ​ສັງ​ເກດ​ເຫັນ​ໄດ້​ວ່າ​ການ​ຕັ້ງ​ຖິ່ນ​ຖານ​ຊອງ​ຊາວ​ເຜົ່າ​ມົ້ງ​ມຽນ ຢູ່​ຕາມ​ເຄືອ​ຂ່າຍ​ເສັ້ນ​ທາງ ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ແລະ ຈຸ​ດລວມ​ສູນ​ແມ່ນ​ມີ​ຮູບ​ແບ​ບລັກ​ສະ​ນະ​ຄ້າຍ​ຄື​ກັນ. ປະ​ກົດ​ການ​ອັນ​ນີ້​ມັນ​ມີ​ຄ ວາມ ກ່ຽວ​ພັນ​ກັບ​ກິດ​ຈະ​ກຳ​ການ​ຍົກ​ຍ້າຍ ພົນ​ລະ​ເມືອງ​ໃນ​ໄລ​ຍະ​ມໍ່ໆ ຜ່ານ​ມາ​ນີ້​ຫຼາຍ​ກວ່າ. ອີກ​ປະ​ການ ໜຶ່ງ, ການ​ຍ້າຍ​ເຂົ້າ​ທີ່​ສະ​ແດງ​ເຖິງ​ການ ຂະ​ຫຍາຍ​ຕົວ​ຂອງ​ນະ​ຄອນ​ຫລວງ​ວຽງ​ຈັນ​ນັ້ນ​ເປັນ​ປັດ​ໄຈ​ທີ່​ເຮັດ ໃຫ້​ເຫັນ​ການ​ຍົກ​ຍ້າຍ​ຂອງ ພົນ​ລະ​ເມືອງ ແລະ ການ​ປະ​ສົມ​ກຸ່ມ​ຊົນ​ເຜົ່າ. ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ກໍ່​ຄື​ພວກ ເຮົາ​ເຫັນ​ວ່າ​ເຜົ່າ​ລາວ-ໄຕ ຍັງ​ຄົງ​ເປັນ​ເຜົ່າ​ທີ່​ອາ​ໄສ​ຢູ່​ໃນ​ນະ​ຄອນ​ຫຼວ​ງວຽງ​ຈັນ​ຫຼາຍ​ກວ່າ ແລະ ການ ຍົກ​ຍ້າຍ​ຂອງ​ພົນ​ລະ​ເມືອງ ຊາວ​ເຜົ່າ​ມົ້ງ-ມຽນ​ຈຳ​ນວນ​ໜຶ່ງ​ນັ້ນ ສ່ວນ​ຫຼາຍ​ແມ່ນ​ຈະ​ໄປ​ລວມ​ກຸ່ມ​ຢູ່​ໃນ ບ້ານ​ທີ່​ມີ​ຈຳ​ນວນ​ໜອ້ຍ. ຮູບ​ແບບ​ໄລ​ຍະ​ການ​ກະ​ຈາຍ​ຢູ່​ທົ່ວ​ໄປ​ຂອງ​ພົນ​ລະ​ເມືອງ​ເຫຼົ່າ​ນີ້​ແມ່ນ​ໄດ້​ແຍກ ໃຫ້​ເຫັນ​ລະ​ອຽດ​ໃນ​ແຜນ​ທີ່ F3.
 


ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF