D.3    
 

ອັດຕາສ່ວນທາງເພດຂອງພົນລະເມືອງທີ່ຮູ້ໜັງສື

   
 
ອີງ​ຕາມ​ການ​ລາຍ​ງານ​ກ່ຽວ​ກັບ​ການ​ຮູ້​ໜັງ​ສື​ລາຍ​ບຸກ​ຄົນ​ເຫັນ​ວ່າ​ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ຄຳ​ນວນ​ອັດ​ຕາ​ສ່ວນ​ທາງ​ເພດ​ຂອງ​ພົນ​ລະ​ເມືອງ​ທີ່​ຮູ້​ໜັງ​ສື. ອັດ​ຕາ​ສ່ວນ​ທາງ​ເພດ​ນີ້​ແມ່ນ​ຈຳ​ນວນ​ຂອງ​ຜູ້​ຊາຍ​ຜູ້​ທີ່​ສາ​ມາດ​ອ່ານ-ຂຽນ​ໄດ້​ຕໍ່​ກັບ​ຜູ້​ຍິງ 100 ຄົນ​ທີ່​ສາ​ມາດ​ອ່ານ-ຂຽນ​ໄດ້. ເພາະ​ສະ​ນັ້ນ​ອັດ​ຕາ​ສ່ວນ​ຕ່ຳ​ກວ່າ 100 ແລະ ໃນ​ແຜນ​ທີ່ໆສະ​ແດງ​ດ້ວຍ​ສີ​ແດງ​ຊີ້​ບອກ​ບ້ານ​ທີ່​ມີ​ແມ່​ຍິງ​ທີ່​ຮູ້​ໜັງ​ສື​ຫຼາຍ​ກວ່າ​ຜູ້​ຊາຍ ແລະ ສ່ວນ ເຂດ​ທີ່​ສະ​ແດງ​ດ້ວຍ​ສີ​ຂຽວ​ນັ້ນ​ສະ​ແດງ​ບອກ​ບ້ານ​ທີ່​ມີ​ຜູ້​ຊາຍ​ທີ່​ຮູ້​ໜັງ​ສື​ຫຼາຍ​ກວ່າ​ແມ່​ຍິງ.
ກ່ອນ​ອື່ນ​ໝົດ​ເມື່ອ​ເຮົາ​ເບິ່ງ​ສະ​ຖິ​ຕິ​ລວມ​ທີ່​ສະ​ແດງ​ຢູ່​ໃນ​ເອ​ກະ​ສານ​ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່ ຢູ່​ອາ​ໃສ ປີ 2005 ຈະ​ເຫັນ​ໄດ້​ວ່າ​ອັດ​ຕາ​ສ່ວນ​ພົນ​ລະ​ເມືອງ​ທີ່​ຮູ້​ໜັງ​ສື​ໂດຍ​ລວມ (72.7%) ນັ້ນ​ແມ່ນ ປະ​ກອບ​ດ້ວຍ 63.2% ຂອງ​ອັດ​ຕາ​ສ່ວນ​ແມ່​ຍິງ​ທີ່​ຮູ້​ໜັງ​ສື ແລະ 82.5% ຂອງ​ອັດ​ຕາ​ສ່ວນ​ຜູ້​ຊາຍ​ທີ່​ຮູ້ ໜັງ​ສື.
ເມື່ອ​ເຮົາ​ເບິ່ງ​ແຜນ​ທີ່​ກ່ຽວ​ກັບ​ອັດ​ຕາ​ສ່ວນ​ທາງ​ເພດ​ຂອງ​ພົນ​ລະ​ເມືອງ​ທີ່​ຮູ້​ໜັງ​ສື​ທີ່​ມີ​ອາ​ຍຸ​ເທົ່າ​ກັບ ແລະ ສູງ​ກວ່າ 15 ປີ, ກ່ອນ​ອື່ນ​ໝົດ​ພວກ​ເຮົາ​ຈະ​ເຫັນ​ອັດ​ຕາ​ສ່ວນ​ທາງ​ເພດ​ຂອງ​ພົນ​ລະ​ເມືອງ​ໃນ​ກຸ່ມ​ອາ​ຍຸ​ນີ້ ປ່ຽນ​ແປງ​ໄປ​ກັບ​ອັດ​ຕາ​ສ່ວນ​ການ​ຮູ້​ໜັງ​ສື​ລວມ (ປຽບ​ທຽບ​ກັບ​ແຜນ​ທີ່ 4.1). ອັດ​ຕາ​ສ່ວນ​ການ​ຮູ້​ໜັງ​ສື​ຕ່ຳ ສະ​ແດງ​ໃຫ້​ເຫັນ​ອັດ​ຕາ​ສ່ວນ​ການ​ຮູ້​ໜັງ​ສື​ຂອງ​ເພດ​ຊາຍ​ມີ​ຫຼາຍ​ກວ່າ (ໃນ​ຈຳ​ນວນ​ຜູ້​ຊາຍ​ທີ່​ຮູ້​ໜັງ​ສື ເທົ່າ​ກັບ ແລະ ຫຼາຍ​ກວ່າ 200 ຄົນ​ໃດ​ຈະ​ມີ​ຈຳ​ນວນ​ແມ່​ຍິງ​ທີ່​ຮູ້​ໜັງ​ສື​ພຽງ​ແຕ່ 100 ຄົນ). ໃນ​ທາງ​ກົງ​ກັນ ຂ້າມ, ພວກ​ເຮົາ​ສາ​ມາດ​ພົບ​ເຫັນ​ຄວາມ​ດຸ່ນ​ດ່ຽງ​ຂອງ​ອັດ​ຕາ​ທາງ​ເພດ (ຜູ້​ຊາຍ​ທີ່​ຮູ້​ໜັງ​ສື 105-149 ຄົນ ຕໍ່​ແມ່​ຍິງ​ທີ່​ຮູ້ ໜັງ​ສື 100 ຄົນ) ມີ​ພຽງ​ແຕ່​ຢູ່​ໃນ​ເຂດ​ພື້ນ​ທີ່​ຊື່ງ​ມີ​ອັດ​ຕາ​ສ່ວນ ຂອງ​ພົນ​ລະ​ເມືອງ​ທີ່​ຮູ້​ໜັງ​ສື​ສູງ ເທົ່າ​ນັ້ນ. ແຜນ​ທີ່​ຕ່າງໆ ໃນ​ພາກ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ໄລ​ຍະ​ຄວາມ​ກ່ຽວ​ພັນ​ລະ​ຫວ່າງ​ການ​ແຈກ​ຢາຍ ໂຮງ​ຮຽນ​ຕາມ​ທີ່​ຕັ້ງ​ພູມ​ສັນ​ຖານ, ການ​ເຂົ້າ​ໂຮງ​ຮຽນ ແລະ ອັດ​ຕາ​ການ​ຮຽນ​ຈົບ​ຊັ້ນ​ທີ່​ມີ​ອັດ​ຕາ​ສ່ວນ​ຂອງ ແມ່​ຍິງ​ທີ່​ຮູ້​ໜັງ​ສື​ສູງ​ກວ່າ.
ແຜນ​ທີ່​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຂດ​ພື້ນ​ທີ່​ຈຳ​ນວນ​ໜຶ່ງ​ທີ່​ໝາຍ​ດ້ວຍ​ສີ​ຊົມ​ພູ (ນັ້ນ​ໝາຍ​ເຖິງ​ພື້ນ​ທີ່ໆມີ​ອັດ​ຕາ ສ່ວນ​ແມ່​ຍິງ​ທີ່​ຮູ້​ໜັງ​ສື​ສູງ​ກວ່າ​ອັດ​ຕາ​ສ່ວນ​ຜູ້​ຊາຍ​ທີ່​ຮູ້​ໜັງ​ສື). ຈາກ​ສີ່ງ​ຊີ້​ບອກ​ເຫຼົ່າ​ນີ້​ຄວນ​ມີ​ຄວາມ​ລະ​ມັດ ລະ​ວັງ​ຍ້ອນ​ວ່າ​ມັນ​ອາດ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຕົວ​ຢ່າງ​ຂອງ​ພົນ​ລະ​ເມືອງ​ທີ່​ຮູ້​ໜັງ​ສື​ທັງ​ໝົດ​ອາດ​ຈະ​ມີ ໜ້ອຍ​ຫຼາຍ​ຊຶ່ງ​ຈາກ​ນັ້ນ​ກໍ່​ຈະ​ສະ​ແດງ​ອອກ​ໃຫ້​ເຫັນ​ຄ່າ​ທີ່​ຖື​ວ່າ​ບໍ່​ຢູ່​ໃນ​ເກນ​ປົກ​ກະ​ຕິ​ໃນ​ເວ​ລາ​ເຮົາ​ຈັດ​ແຍກ ເປັນ​ກຸ່ມ​ຂອງ​ຜູ້​ຊາຍ ແລະ ກຸ່ມ​ຂອງ​ແມ່​ຍິງ.ນອກ​ຈາກ​ຄວາມ​ແຕກ​ໂຕນ​ກັນ​ທາງ​ດ້ານ​ເພດ​ແລ້ວ ພວກ​ເຮົາ​ກໍ່​ຄວນ​ຈື່​ວ່າ​ການ​ຮູ້​ໜັງ​ສື​ນັ້ນ​ຍັງ​ຂື້ນ​ກັບ ປັດ​ໃຈ​ສຳ​ຄັນ​ອື່ນໆຫຼາຍ​ຢ່າງ​ນຳ​ອີກ​ດ້ວຍ. ຕົວ​ຢ່າງ ໂດຍ​ທົ່ວ​ໄປ​ແລ້ວ​ຜູ້​ທີ່​ຮູ້​ໜັງ​ສື​ໃນ​ເຂດ​ຕົວ​ເມືອງ ອັດ​ຕາ​ສ່ວນ​ແມ່​ຍິງ (ແມ່ນ 84.5%) ແລະ ຜູ້​ຊາຍ (ແມ່ນ 94.5%) ແມ່ນ​ຫຼາຍ​ກວ່າ​ອັດ​ຕາ​ສ່ວນ​ຂອງ​ແມ່​ຍິງ (ແມ່ນ 41.1%) ແລະ ຜູ້​ຊາຍ (ແມ່ນ 67.6%) ທີ່​ຢູ່​ໃນ​ເຂດ​ຊົນ​ນະ​ບົດ​ທີ່​ບໍ່​ມີ​ເສັ້ນ​ທາງ​ໄປ​ຮອດ​ໄປ​ເຖິງ. ນອກ​ເໜືອ​ໄປ​ກວ່າ​ນັ້ນ, ໃນ​ກຸ່ມ​ຍິງ​ໜຸ່ມ ແລະ ຊາຍ​ໜຸ່ມ ທີ່​ມີ​ອາ​ຍຸ​ແຕ່ 15 ຫາ 24 ນັ້ນ​ບໍ່ ພຽງ​ແຕ່​ມີ​ອັດ​ຕາ ການ​ຮູ້​ໜັງ​ສື​ສູງ​ກວ່າ​ເທົ່າ​ນັ້ນ ແຕ່​ຫາກ​ຍັງ​ມີ ອັດ​ຕາ​ສ່ວນ​ທາງ​ເພດ​ດຸ່ນ​ດ່ຽງ​ກັນ (ຄື​ຊາຍ 76.1 ແລະ ຍິງ 89.7%) ຫຼາຍ​ກວ່າ​ກຸ່ມ​ແມ່​ຍິງ ແລະ ຜູ້​ຊາຍ​ທີ່ ມີ​ອາ​ຍຸ​ເທົ່າ​ກັບ ແລະ ສູງ​ກວ່າ 55 ປີ (ຄື​ອັດ​ຕາ​ສ່ວນ​ແມ່​ຍິງ ໃນ​ກຸ່ມ​ອາ​ຍຸ​ນີ້​ມີ 35.5% ແລະ ຊາຍ​ມີ 75.5%). ໃນ​ທີ່​ສຸດ, ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ຂາດ​ຂັ້ນ​ລະ​ຫວ່າງ ຊົນ​ເຜົ່າ​ຕາມ​ກຸ່ມ​ພາ​ສາ​ກໍ່​ເປັນ ປັດ​ໃຈ​ທີ່​ເຮັດ​ໃຫ້​ມີ​ການ​ເນັ້ນ​ໜັກ​ຄວາມ​ແຕກ​ໂຕນ​ກັນ​ຫຼາຍ​ໃນ​ດ້ານ ການ​ຮູ້​ໜັງ​ສື. ໃນ​ຈຳ​ນວນ​ຜູ້​ຊາຍ​ລາວ​ທີ່​ຮູ້​ໜັງ​ສື 91.4% ນັ້ນ​ມີ​ແມ່​ຍິງ​ເຜົ່າ​ອາ​ຄາ​ທີ່​ສາ​ມາດ​ອ່ານ ແລະ ຂຽນ​ພາ​ສາ​ລາວ​ໄດ້​ພຽງ​ແຕ່ 3.4% ເທົ່າ​ນັ້ນ. ນອກ​ເໜືອ​ໄປ​ຈາກ​ບັນ​ຫາ​ຊົນ​ເຜົ່າ​ຢ່າງ​ດຽວ​ແລ້ວ​ກໍ່​ອາດ​ມີ ປັດ​ໃຈ​ອື່ນ​ຕາມ​ມາ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ອັດ​ຕາ​ການ​ຮູ້​ໜັງ​ສື​ຂອງ​ກຸ່ມ​ຊົນ​ເຜົ່າ​ເປັນ​ຕົ້ນ​ວ່າ​ທີ່​ຕັ້ງ​ຂອງ​ບ້ານ ແລະ ເວ​ລາ​ທີ່​ໃຊ້​ເດີນ​ທາງ​ໄປ​ຫາ​ໂຮງ​ຮຽນ​ທີ່​ຢູ່​ໃກ້​ທີ່​ສຸດ.

 

 


ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF