D.1    
 

ການ​ຮູ້​ໜັງສື ແລະ ​ໂຮງຮຽນ

   
 
ໃນ​ການ​ສຳ​ຫລວດ​ຂໍ້​ມູນ​ຂອງ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ປີ 2005 ເພີ່ນ​ໄດ້​ປະ​ເມີນ​ການ​ຮູ້​ໜັງ​ສື​ຂອງ ພົນ​ລະ​ເມືອງ​ລາວ​ໂດຍ​ໄດ້​ສອບ​ຖາມ​ຄົນ​ລາວ​ທຸກ​ຄົນ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່ 6 ປີ ຂື້ນ​ໄປ​ເພື່ອ​ຊອກ​ຮູ້​ວ່າ​ພວກ ເຂົາ​ເຈົ້າ​ສາ​ມາດ​ອ່ານ ແລະ ຂຽນ​ພາ​ສາ​ລາວ​ໄດ້ ຫຼື ບໍ່. ຄຳ​ຕອບ​ງ່າຍໆຕໍ່​ຄຳ​ຖາມ​ນີ້​ກໍ່​ມີ​ພຽງ​ແຕ່​ຕອບ​ວ່າ “ອ່ານ/ຂຽນ​ໄດ້” ຫຼື “ບໍ່​ໄດ້” ເທົ່າ​ນັ້ນ. ເພື່ອ​ປະ​ເມີນ​ການ​ຮູ້​ໜັງ​ສື​ຂອງ​ພົນ​ລະ​ເມືອງ​ໃຫ້​ໄດ້​ຖືກ​ຕ້ອງ​ນັ້ນ ຕາມ​ປົກ​ກະ​ຕິ​ແລ້ວ​ເພີ່ນ​ຈະ​ເຮັດ​ການ​ທົດ​ສອບ​ທາງ​ພາກ​ອ່ານ ແລະ ຂຽນ.  ດັ່ງ​ນັ້ນ ຈຶ່​ື່ງ​ຄວນ​ເຂົ້າ​ໃຈ​ວ່າ​ຂໍ້​ມູນ​ການ​ຮູ້​ໜັງ​ສື​ຂອງ​ປະ​ຊາ​ກອນ​ທີ່​ໄດ້​ມາ​ຈາກ​ການ​ສຳ​ຫລວດ​ພົນ​ລະ​ເມືອງ​ເປັນ​ຂໍ້​ມູນ​ທີ່​ບໍ່​ລະ​ອຽດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຜົນ​ຂອງ​ອັດ​ຕາ​ສ່ວນ​ຂອງ​ພົນ​ລະ​ເມືອງ​ທີ່​ມີ​ອາ​ຍຸ​ສູງ​ກວ່າ 15 ປີ ນັ້ນ​ແມ່ນ​ຄ້າຍ​ຄື​ກັນ ກັບ​ຜົນ​ໄດ້​ຮັບ​ຈາກ​ການ​ສຳ​ຫລວດ​ທີ່​ຈັດ​ຕັ້ງ​ຂື້ນ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ຮູ້​ໜັງ​ສື​ທີ່​ຫາ ກໍ່​ຜ່ານ​ໄປ​ໃນ​ໝໍ່ໆນີ້. ຍີ່ງ​ໄປ​ກວ່າ​ນັ້ນ, ຕົວ​ເລກ​ຈາກ​ການ​ສຳ​ຫລວດ​ນັ້ນ​ກໍ່​ຍັງ​ສາ​ມາດ​ນຳ​ໄປ​ປຽບ​ທຽບ​ກັບ​ຕົວ​ເລກ​ຈາກ​ການ ສຳ​ຫລວດ​ການ​ໃຊ້​ຈ່າຍ​ຂອງ​ຄົວ​ເຮືອນ​ໃນ​ການ​ຊົມ​ໃຊ້ ແລະ ຄັ້ງ​ທີ III (LECS III) ທີ່​ໄດ້​ປະ​ຕິ​ບັດ ໃນ​ປີ 2002/2003.
ອັດ​ຕາ​ສະ​ເລ່ຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮູ້​ໜັງ​ສື​ຂອງ​ພົນ​ລະ​ເມືອງ​ທີ່​ມີ​ອາ​ຍຸ​ເທົ່າ​ກັບ ແລະ ສູງ​ກວ່າ 15 ປີ ແມ່ນ 72.7% ແຕ່​ວ່າ​ອັດ​ຕາ​ການ​ຮູ້​ໜັງ​ສື​ລະ​ຫວ່າງ​ແມ່​ຍິງ ແລະ ຜູ້​ຊາຍ, ພົນ​ລະ​ເມືອງ​ໃນ​ເຂດ ຕົວ​ເມືອງ ແລະ ຊົນ​ນະ​ບົດ ແລະ ຊົນ​ເຜົ່າ​ຕາມ​ກຸ່ມ​ພາ​ສາ​ນັ້ນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ. ຄວາມ​ແຕກ​ຕ່າງ​ເຫຼົ່າ​ນີ້ ແມ່ນ​ຈະ​ໄດ້​ສະ​ເໜີ​ໃຫ້​ເຫັນ​ຢູ່​ໃນ​ແຜນ​ທີ່​ຕໍ່​ໄປ​ຂອງ​ພາກ​ນີ້.
ແຜນ​ທີ່​ໄດ້​ສະ​ເໜີ​ໃຫ້​ເຫັນ​ຂໍ້​ມູນ​ສອງ​ປະ​ເພດ. ອີກ​ດ້ານ​ໜຶ່ງ​ອັດ​ຕາ​ການ​ຮູ້​ໜັງ​ສື​ໄດ້​ສະ​ແດງ​ໃຫ້​ເຫັນ​ເປັນ​ສ່ວນ​ຮ້ອຍ​ຂອງ​ພົນ​ລະ​ເມືອງ​ໃນ​ບ້ານ​ທີ່​ສາ​ມາດ​ອ່ານ ແລະ ຂຽນ​ໜັງ​ສື​ໄດ້. ພາບ​ເງົາ​ສີ​ຂຽວ​ໃນ​ແຜນ​ທີ່ ສະ​ແດງ​ບອກ​ອັດ​ຕາ​ການ​ຮູ້​ໜັງ​ສື​ຈາກ​ລະ​ດັບ​ໜ້ອຍ​ກວ່າ 20% ຫາ​ລະ​ດັບ​ຫຼາຍ ກວ່າ 80%. ນອກ ຈາກ ນັ້ນ, ຈຸດ​ທີ່​ມີ​ເຄື່ອງ​ໝາຍ​ໃນ​ແຜນ​ທີ່​ແມ່ນ​ຈຸດ​ສະ​ແດງ​ບອກ​ທີ່​ຕັ້ງ​ຂອງ​ບ້ານ​ທີ່​ໄດ້​ລາຍ​ງາ​ນວ່າ​ມີ​ໂຮງ​ຮຽນ​ປະ​ຖົມ. ຈຸດ​ທີ່​ໝາຍ​ດ້ວຍ​ສີ​ຊົມ​ພູ​ສະ​ແດງ​ບອກ​ຈຸດ​ທີ່​ມີ​ໂຮງ​ຮຽນ​ມູນ​ລະ​ປະ ຖົມ​ປະ ກອບ​ດ້ວຍ​ສາມ​ຫ້ອງ​ຮຽນ​ຄື​ຊັ້ນ​ປະ​ຖົມ​ປີ​ທີ 1 ຫາ ປີ​ທີ​ີ 3. ສ່ວນ​ຈຸດ​ທີ່​ໝາຍ​ດ້ວຍ​ສີ​ມ້ວງ​ສະ​ແດງ​ບອກ​ເຖິງ​ຈຸດ​ທີ່​ມີ​ໂຮງ​ຮຽນ​ປະ​ຖົມ​ສົມ​ບູນ​ແຕ່​ຊັ້ນ​ປະ​ຖົມ​ປີ​ທີ 1 ຫາ ປີ​ທີ 5. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຄວນ​ເຂົ້າ​ໃຈ ວ່າ​ຂໍ້​ມູນ ກ່ຽວ​ກັບ​ສະ​ຖາ​ນະ​ພາບ​ຂອງ​ໂຮງ​ຮຽນ, ການ​ມີ​ຄູ ແລະ ເງິນ​ເດືອນ​ຂອງ​ຄູ ແລະ ອື່ນໆ ແມ່ນ​ບໍ່​ມີ.
ພວກ​ເຮົາ​ເຫັນ​ວ່າ ເຂດ​ພື້ນ​ທີ່ໆມີ​ອັດ​ຕາ​ການ​ຮູ້​ໜັງ​ສື​ສູງ​ແມ່ນ​ເຂດ​ພື້ນ​ທີ່​ອ້ອມ​ຂ້າງ ແລະ ໃຈ​ກາງ​ຕົວ​ເມືອງ​ໃຫຍ່​ສຳ​ຄັນ, ເຂດ​ເທດ​ສະ​ບານ​ແຂວງ ແລະ ເຂດ​ເລາະ​ລຽບ​ຕາມ​ແຄມ​ແມ່​ນ້ຳ​ຂອງ. ເຂດ​ໃຕ້​ຂອງ​ແຂວງ ໄຊ​ຍະ​ບູ​ລີ​ເປັນ​ພື້ນ​ທີ່​ຊົນ​ນະ​ບົດ​ທີ່​ມີ​ອັດ​ຕາ​ການ​ຮູ້​ໜັງ​ສື​ສູງ. ຍິ່ງ​ໄປ​ກວ່າ​ນັ້ນ, ຢູ່​ແຂວງ​ຊຽງ ຂວາງ ແລະ ແຂວງ​ຫົວ​ພັນ​ໂດຍ​ລວມ​ແລ້ວ​ແມ່ນ​ມີ​ອັດ​ຕາ​ການ​ຮູ້​ໜັງ​ສື​ຢູ່​ໃນ​ລະ​ດັບ​ສູງ​ສົມ​ຄວນ. ກົງ​ກັນ​ຂ້າມ​ກັນ​ນັ້ນ ຈະ​ເຫັນ​ວ່າ​ເຂດ​ເໜືອ​ຂອງ​ແຂວງ​ຜົ້ງ​ສາ​ລີ, ຫລວງ​ນ້ຳ​ທາ ແລະ ເຂດ​ໃຕ້​ແຂວງ​ຄຳ​ມ່ວນ ແລະ ສະ​ຫວັນ​ນະ​ເຂດ​ຖື​ວ່າ​ເປັນ​ເຂດ​ທີ່​ມີ​ບັນ​ຫາ​ໃຫ່​ຍ​ກ່ຽວ​ກັບ​ການ​ຮູ້​ໜັງ​ສື. ເປັນ​ທີ່​ໜ້າ​ສົນ ໃຈ​ຢູ່​ບ່ອນ​ວ່າ,  ຖ້າ​ເຮົາ​ປຽບ​ທຽບ​ແຜນ​ທີ່​ແຜ່ນ​ນີ້​ກັບ​ການ​ແຈກ​ຢາຍ​ຄອບ​ຄົວ​ຂອງ​ເຜົ່າ​ຕ່າງໆ ຕາມ​ກຸ່ມ​ພາ​ສາ​ດັ່ງ​ທີ່ ສະ​ແດງ​ໃຫ້​ເຫັນ​ໃນ​ແຜນ​ທີ່ F.2.
ໂດຍ​ທົ່ວ​ໄປ​ແລ້ວ ການ​ແຈກ​ຢາຍ​ໂຮງ​ຮຽນ​ປະ​ຖົມ​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ໃນ​ດ້ານ​ອັດ​ຕາ ການ​ຮູ້​ໜັງ​ສື​ຂອງ​ພົນ​ລະ​ເມືອງ​ໃນ​ຂອບ​ເຂດ​ທົ່ວ ປະ​ເທດ ແລະ ລວມ​ທັງ​ການ​ກະ​ຈາຍ​ເສັ້ນ​ທາງ​ຂົນ​ສົ່ງ ສາຍ​ສຳ​ຄັນ​ນຳ​ອີກ​ດ້ວຍ. ນອກ​ເໜືອ​ໄປ​ກວ່າ​ນັ້ນ, ການ​ຍົກ​ເວັ້ນ​ແມ່ນ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ຫຼາຍ. ໃນ​ແຂວງ ຜົ້ງ​ສາ​ລີ, ແຂວງ ຫລວງ​ນ້ຳ​ທາ ແລະ ອຸ​ດົມ​ໄຊ ແລະ ເຂດ​ພາກ​ຕາ​ເວັນ​ອອກ​ຂອງ ແຂວງ​ສະ​ຫວັນ​ນະ​ເຂດ. ພວກ​ເຮົາ​ສັງ​ເກດ​ເຫັນ​ວ່າ​ໃນ​ເຂດ​ແຂວງ​ດັ່ງ​ກ່າວ​ມີ​ໂຮງ​ຮຽນ​ໜາ​ແໜ້ນ​ແຕ່​ພັດ ມີ​ອັດ​ຕາ​ການ​ຮູ້​ໜັງ​ສື​ຕ່ຳ ຫຼາຍ. ບັນ​ຫາ​ນີ້​ມັນ​ສະ ແດງ​ໃຫ້​ຮູ້​ວ່າ ອັດ​ຕາ​ການ​ຮູ້​ໜັງ​ສື​ຕ່ຳ​ບໍ່​ແມ່ນ​ຈະ​ມີສາ​ເຫດ​ມາ​ຈາກ​ພື້ນ​ຖານ ໂຄງ​ລ່າງ​ສະ​ເໝີ​ໄປ​ເຊັ່ນ​ວ່າ ອາ​ຄານ​ສະ​ຖານ​ທີ່​ຮ່ຳ​ຮຽນ​ແຕ່​ມັນ​ຍັງ​ມີ​ສາ​ເຫດມາ​ຈາກ​ປັດ​ໄຈ​ພາຍ​ໃນ ອື່ນໆ ເຊັ່ນ​ການ​ມີ​ຄູ​ສອນ, ຄຸນ​ນະ​ວຸດ​ທິ​ຂອງ​ຄູ ແລະ ເງິນ​ເດືອນ​ຂອງ​ຄູ, ຫລັກ​ສູດ ການ​ຮຽນ-ການ​ສອນ ແລະ ພາ​ສາ​ທີ່​ໃຊ້​ເຂົ້າ​ໃນ​ການ​ສິດ​ສອນ, ລະ​ດັບ​ຄວາມ​ທຸກ​ຍາກ ແລະ ບັນ​ຫາ​ທາງ ດ້ານ​ວັດ​ທະ ນະ​ທຳ ແລະ ອື່ນໆ. ແຜນ​ທີ່ D.2 ຕໍ່​ໄປ​ນີ້​ນຳ​ສະ​ເໜີ​ໃຫ້​ເຫັນ​ຂໍ້​ມູນ​ຫຼາຍ​ຂື້ນ​ຕື່ມ​ກ່ຽວ​ກັບ ບັນ​ຫາ​ນີ້.
 


ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF