B.5    
 

ອັດຕາ​ສ່ວນ​ການ​ເພິ່ງພາອາໃສ

   
 
ອັດ​ຕາ​ການ​ເພິ່ງ​ພາ​ອາ​ໃສ​ຂອງ​ພົນ​ລະ​ເມືອງ ໄດ້​ກຳ​ນົດ​ຄວາມ​ໝາຍ​ໂດຍ​ຖື​ອັດ​ຕາ​ສ່ວນ​ຂອງ​ຈຳ​ນວນ​ປະ​ຊາ​ຊົນ​ທີ່​ອາ​ໃສ​ທາງ​ດ້ານ​ວັດ​ຖຸ ແລະ ການ​ເງິນ​ຈາກ​ຈຳ​ນວນ​ພົນ​ລະ​ເມືອງ​ໃນ​ເກນ​ອາ​ຍຸ​ທີ່​ຈະ​ເຮັດ​ວຽກ​ໄດ້ (ຄື 15 ຫາ 64 ປີ). ຜູ້​ທີ່​ຈະ​ເພິ່ງ​ພາ​ອາ​ໃສ​ສາ​ມາດ​ຈັດ​ແບ່ງ​ອອກ​ເປັນ​ສອງ​ກຸ່ມ​ອາ​ຍຸ​ໃນ​ນັ້ນ​ກໍ່​ມີ​ພົນ​ລະ​ເມືອງ​ທີ່​ຍັງ​ໜຸ່ມ​ນ້ອຍ​ເກີນ​ໄປ ແລະ ແກ່​ເກີນ​ໄປ​ເກີນ​ກວ່າ​ຈະ​ສາ​ມາດ​ເຮັດ​ວຽກ​ໄດ້ ຄື ກຸ່ມ​ຄົນ​ຜູ້​ທີ່​ມີ​ອາ​ຍຸ​ໃນ​ເກນ 0 ຫາ 14 ປີ ແລະ ກຸ່ມ​ຄົນ​ຜູ້​ທີ່​ມີ​ອາຍ​ສູງ ກວ່າ 65 ປີ. ອັດ​ຕາ​ສ່ວນ​ການ​ເພິ່ງ​ພາ​ອາ​ໃສ​ຕາມ​ທີ່​ໄດ້​ກຳ​ນົດ​ໃນ​ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ໃນ​ປີ 2005 ໄດ້​ຖືກ​ຈັດ​ແບ່ງ​ອອກ​ເປັນ 5 ກຸ່ມ. ອັດ​ຕາ​ສ່ວນ​ຕ່ຳ​ສຸດ​ຂອງ​ຜູ້​ເພີ່ງ​ພາ​ອາ​ໃສ​ແມ່ນ ຕ່ຳ​ກວ່າ 60 ຄົນ​ຕໍ່ 100 ຄົນ​ຜູ້​ທີ່​ຢູ່​ໃນ​ເກນ​ອາ​ຍຸ​ທີ່​ຈະ​ເຮັດ​ວຽກ​ໄດ້ ແລະ ອັດ​ຕາ​ສ່ວນ​ຂອງ​ຜູ້​ເພິ່ງ​ພາ​ອາ​ໃສ​ສູງ​ກວ່າ​ຜູ້​ຢູ່​ໃນ​ເກນ ອາ​ຍຸ​ທີ່​ຈະ​ເຮັດ​ວຽກ​ໄດ້​ຄື​ຫຼາຍ​ກວ່າ 140 ຄົນ​ຜູ້​ເພິ່ງ​ພາ​ອາ​ໃສ​ຕໍ່ 100 ຄົນ​ທີ່​ທຳ​ງານ​ກິນ​ເງິນ​ເດືອນ ຫຼື ຄ່າ​ຈ້າງ​ທີ່​ມີ ສັດ​ສ່ວນ​ເທົ່າ​ກັບ 1.4:1.
ຜົນ​ຂອງ​ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ປີ 2005 ສະ​ແດງ​ໃຫ້​ເຫັນ​ວ່າ​ອັດ​ຕາ​ສ່ວນ​ຜູ້​ເພິ່ງ​ພາ​ອາ​ໃສ ສະ​ເລັ່ຍ​ລະ​ດັບ​ຊາດ​ຫຼຸ​ດລົງ​ປະ​ມານ 0.8% ໃນ​ຊ່ວງ​ໄລ​ຍະ 10 ປີ ຄື ໃນ​ລະ​ຫວ່າງ​ປີ 1995 ແລະ 2005. ໃນ​ປີ 2005, ໃນ 100 ຄົນ​ໃດ​ຂອງ​ຜູ້​ທີ່​ຢູ່​ໃນ​ເກນ​ອາ​ຍຸ​ຸ​ທີ່​ຈະ​ເຮັດ​ວຽກ​ໄດ້​ຈະ​ມີ​ສັດ​ສ່ວນ ຜູ້​ເພິ່ງ​ພາ​ອາ​ໃສ​ໂດຍ​ສະ​ເລັ່ຍ ປະ​ມານ 76 ຄົນ. ສຳ​ລັບ​ໃນ ສປປປ ລາວ ນັ້ນ​ເຫັນ​ວ່າ​ອັດ​ຕາ​ສ່ວນ​ການ​ເພິ່ງ​ພາ​ອາ​ໃສ​ໃນ​ແຕ່​ລະ​ແຂວງ, ແຕ່​ລະ ພາກ ແລະ ແຕ່​ລະ​ເຂດ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໄປ. ອັດ​ຕາ​ສ່ວນ​ທີ່​ສູງ​ກວ່າ 1 ໝາ​ຍວ່າ​ບ່ອນ​ທີ່​ມີ​ຈຳ​ນວນ​ຜູ້​ເພິ່ງ​ພາ​ອາ​ໃສ​ຢູ່​ໃນ​ລະ​ຫວ່າງ 110 ແລະ ຫຼາຍ​ກວ່າ 140 ຄົນ​ອາ​ໃສ ຫຼຶ​ື ຂຶ້ນ​ກັບ​ຜູ​ຸ້​ຢູ່​ໃນ​ເກນ​ອາ​ຍຸ​ທີ່​ຈະ​ເຮັດ​ວຽກ​ໄດ້ ຈຳ​ນວນ 100 ຄົນ ຈະ​ປະ​ກົດ​ເຫັນ​ໃນ​ພາກ​ໃຕ້, ພາກ​ກາງ​ຂອງ​ແຂວງ​ສະ​ຫວັນ​ນະ​ເຂດ, ສາ​ລະ​ວັນ, ເຊ​ກອງ ແລະ ອັດ​ຕະ​ປື ແລະ ໃນ​ເຂດ​ໃຕ້​ຂອງ​ແຂວງ​ຈຳ​ປາ​ສັກ. ຄວາມ​ບໍ່​ດຸ່ນ​ດ່ຽງ​ອັນ​ນີ້​ຍັງ​ສືບ​ຕໍ່​ມີ​ໃນ​ເຂດ​ພູ​ດອຍ ພາກ​ຕາ​ເວັນ​ອອກ​ຂອງ ແຂວງ​ຄຳ​ມ່ວນ, ບໍ​ລິ​ຄຳ​ໄຊ, ພາກ​ຕາ​ເວັນ​ອອກ​ຂອງ​ແຂວງ​ວຽງ​ຈັນ, ແຂວງ​ຊຽງ​ຂວາງ, ແລະ ແຂວງ ຫົວ​ພັນ ແລະ ຍັງ​ມີ​ກະ​ແຈກ​ກະ​ຈາຍ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ແຂວງ​ຜົ້ງ​ສາ​ລີ. ເປັນ​ທີ່​ຄາດ ກັນ​ວ່າ​ປະ​ມານ 20% ຂອງ​ຈຳ​ນວນ ເມືອງ​ທັງ​ໝົດ​ມີ​ຜູ້​ເພິ່ງ​ພາ​ອາ​ໃສ​ຫຼາຍ​ກວ່າ 110 ຄົນ ຕໍ່ 100 ຄົນ​ທີ່​ຢູ່​ເກນ​ອາ​ຍຸ​ທີ່​ຈະ​ເຮັດ​ວຽກ​ໄດ້. ເຖິງ​ຢ່າງ​ໃດ ກໍ່​ຕາມ, ອັດ​ຕາ​ສ່ວນ​ຜູ້​ເພິ່ງ​ພາ​ອາ​ໃສ​ຕໍ່​ຜູ້​ເຮັດ​ວຽກ​ງານ​ໄດ້​ດັ່ງ​ກ່າວ​ມາ​ນີ້ ບໍ່​ໝາຍ​ເຖິງ​ວ່າ​ບັນ​ຫາ ຫຍຸ້ງ​ຍາກ ແລະ ການ ຂາດ​ແຄນ​ດ້ານ​ອາ​ຫານ​ການ​ກິນ​ຍ້ອນ​ເຮົາ​ບໍ່​ທັນ​ຮູ້​ໄດ້​ຈະ​ແຈ້ງ​ວ່າ​ເດັກ​ນ້ອຍ ອາ​ຍຸ​ສູງ​ກວ່າ 6 ຫາ 8 ປີ ທີ່​ຊ່ວຍ​ສ້າງ ລາຍ​ຮັບ​ໃຫ້​ແກ່​ຄອບ​ຄົວ​ນັ້ນ​ມີ​ຈຳ​ນວນ​ໜ້ອຍ ຫຼາຍ​ປານ​ໃດ ແລະ ນອກ​ນັ້ນ​ກໍ່​ຍັງ​ມີ​ີ​ຜູ້​ສູງ​ອາ​ຍຸ​ຫຼາຍ​ຄົນ​ຍັງ ຊ່ວຍ ປະ​ກອບ​ສ່ວນ​ໃນ​ການ​ທຳ​ມາ​ຫາ​ກິນ​ຂອງ​ຄົວ​ເຮືອນ​ຢູ່.
ອັດ​ຕາ​ສ່ວນ​ຜູ້​ເພິ່ງ​ພາ​ອາ​ໃສ​ໃນ​ລະ​ດັບ​ແຂວງ​ຕ່ຳ​ສຸດ​ແມ່ນ​ໄດ້​ສັງ​ເກດ​ຢູ່​ໃນ​ນະ​ຄອນ​ຫລວງ​ວຽງ​ຈັນ​ຄື​ຜູ້​ເພິ່ງ​ພາ​ອາ​ໃສ 46 ຄົນ​ຕໍ່​ຜູ້​ຢູ່​ໃນ​ເກນ​ອາ​ຍຸ​ທີ່​ຈະ​ເຮັດ​ວຽກ​ໄດ້ 100 ຄົນ ແລະ ໃນ​ຂະ​ນະ​ດຽວ​ກັນ​ຢູ່​ແຂວງ​ຫົວ​ພັນ, ຊຽງ​ຂວາງ ແລະ ເຊ​ກອງ​ແມ່ນ​ເທົ່າ​ກັບ 1:1 ຫຼື ຜູ້​ເພິ່ງ​ພາ​ອາ​ໃສ 100 ຕໍ່ ຜູ້​ຢູ່​ໃນ​ເກນ​ອາ​ຍຸ​ທີ່​ຈະ​ເຮັດ​ວຽກ​ໄດ້ 100. ແຜນ​ທີ່​ສະ​ແດງ​ໃຫ້ ເຫັນ​ເຂດ​ທີ່​ມີ​ອັດ​ຕາ​ສ່ວນ ການ​ເພິ່ງ​ພາ​ອາ​ໃສ​ຕ່ຳ​ທີ່​ສຸດ​ແມ່ນ​ເຂດ​ກາງ​ຂອງ​ພາກ​ໃຕ້ ແລະ ອັດ​ຕາ​ສ່ວນ​ສູງ​ກວ່າ​ຢູ່​ໃນ ພາກ​ເໜືອ. ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ​ເຂດ​ທົ່ງ​ຮາບ​ທີ່​ໄດ້​ຮັບ​ການ​ພັດ​ທະ​ນາ​ໂດຍ​ສະ​ເພາະ​ໃນ​ນະ​ຄອນ​ຫລວງ​ວຽງ​ຈັນ ນັ້ນ​ມີ​ອັດ​ຕາ​ສ່ວນ​ຜູ້​ເພິ່ງ​ພາ​ອາ​ໃສ​ຍັງ​ຄົງ​ມີ​ຕ່ຳ​ເມື່ອ​ທຽບ​ກັບ​ເຂດ​ພູ​ດອຍ. ເຂດ​ທົ່ງ​ພຽງ​ໄດ້​ຮັບ​ການ​ພັດ​ທະ​ນາ​ດີ​ກວ່າ ແລະ ສາ​ມາດ​ຊອກ​ວຽກ​ເຮັດ​ງານ​ທຳ​ໄດ້​ງ່າຍ​ກວ່າ. ອັດ​ຕາ​ສ່ວນ​ການ​ເພິ່ງ​ພາ​ອາ​ໃສ​ໃນ​ເຂດ​ດັ່ງ​ກ່າວ​ນີ້​ມີ​ຕ່ຳ ກໍ່​ເພາະ​ວ່າ ພົນ​ລະ​ເມືອງ​ຈຳ​ນວນ​ຫລວງ​ຫຼາຍ​ທີ່​ຢູ່​ໃນ​ເກນ​ອາ​ຍຸ​ທີ່​ຈະ​ເຮັດ​ວຽກ​ໄດ້​ແມ່ນ​ມີ​ວຽກ​ເຮັດ​ງານ​ທຳ. ໃນ​ເຂດ ພູ​ດອຍ ທີ່​ມີ​ລະ​ດັບ​ການ​ພັດ ທະ​ນາ​ຕ່ຳ, ໂອ​ກາດ​ການ​ມີ​ວຽກ​ເຮັດ​ງານ​ທຳ​ກໍ່​ຕ່ຳ ແລະ ມີ​ການ​ສູນ​ເສັຍ​ແຮງ​ງານ ເພາະ​ວ່າ​ຄົນ​ງານ​ຫຼາຍ​ຄົນ​ໄດ້​ຍົກ​ຍ້າຍ​ໄປ​ເມືອງ​ອື່ນ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ຍົກ​ຍ້າຍ​ໄປ​ເຂດ​ຕົວ​ເມືອງ. ເພາະ​ສະ​ນັ້ນ, ຈຳ​ນວນ​ຄົນ​ແກ່ ແລະ ຈຳ​ນວນ​ເດັກ​ນ້ອຍ ຈຶ່ງ​ມີ​ສູງ ແລະ ບັນ​ຫາ​ນີ້​ມີ​ຜົນ​ກະ​ທົບ ສຳ​ຄັນ​ຕໍ່​ອັດ​ຕາ​ສ່ວນ​ການ​ເພິ່ງ​ພາ​ອາ​ໃສ​ຢູ່​ໃນ​ເຂດ ພູ​ດອຍ​ເລົ່າ​ນີ້.  ສັງ​ລວມ​ແລ້ວ, ຈາກ​ແຜນ​ທີ່​ນັ້ນ​ເຮົາ​ສາ​ມາດ​ເຫັນ​ໄດ້​ແຈ້ງ​ວ່າ​ແຂວງ​ທີ່​ໄດ້​ຮັບ​ການ​ພັດ​ທະ​ນາ​ດີ ແລະ ມີ​ພົນ​ລະ ເມືອງ​ຫຼາຍ​ມີ​ອັດ​ຕາ​ສ່ວນ​ການ​ເພິ່ງ​ພາ​ອາ​ໃສ​ຕ່ຳ​ໂດຍ​ທຽບ​ກັບ​ແຂວງ​ຫ່າງ​ໄກ​ສອກ​ຫລີກ ແລະ ມີ​ລະ​ດັບ​ການ ພັດ​ທະ​ນາ ຕ່ຳ. ບັນ​ຫາ​ນີ້​ຊ່ວຍ​ຢັ້ງ​ຢືນ​ໃຫ້​ແກ່​ການ​ສົມ​ມຸດ​ຖານ​ທີ່​ວ່າ​ເຂດ​ທີ່​ມີ​ການ​ພັດ​ທະ​ນາ​ທາງ​ດ້ານ​ເສດ​ຖະ ກີດ​ດີ​ມີ​ອັດ​ຕາ​ສ່ວນ​ການ​ມີ​ວຽກ​ເຮັດ​ງານ​ທຳ ແລະ ຄວາມ​ສາ​ມາດ​ໃນ​ການ​ຊ່ວຍ​ຕົນ​ເອງ​ກຸ້ມ​ຕົນ​ເອງ ສູງ​ໂດຍ ສົມ​ທຽບ​ກັບ​ເຂດ​ດ້ອຍ ພັດ​ທະ​ນາ.

 

 


ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF