B.10    
 
ຫົວໜ້າ​ຄົວ​ເຮືອນ​ເພດ​ຍິງ
   
 
ຄົວ​ເຮືອນ​ທີ່​ມີ​ເພດ​ຍິງ​ເປັນ​ຫົວ​ໜ້າ​ແມ່ນ​ຄົວ​ເຮືອນ​ທີ່​ມີ​ຜູ້​ຍິງ​ເປັນ​ຜູ້​ນຳ​ພາ ແລະ ບົດ​ບາດ​ອັນ​ນີ້​ແມ່ນ​ສະ​ມາ​ຊິກ​ທຸກ ຄົນ​ທີ່​ໄດ້​ອາ​ໄສ​ຢູ່​ໃນ​ຄົວ​ເຮືອນ​ເຫັນ​ດີ​ຮັບ​ເອົາ. ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ປີ 2005 ສະ​ແດງ ໃຫ້​ເຫັນ​ວ່າ​ຄົວ​ເຮືອນ​ທີ່​ແມ່ນ​ຜູ້​ຍິງ​ເປັນ​ຜູ້​ນຳ​ພາ​ມີ​ຢູ່ 10.1% ຂອງ​ຈຳ​ນວນ​ຄົວ​ເຮືອນ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ. ຄວາມ​ຈິງ​ອັນ​ນີ້​ແມ່ນ​ສະ​ທ້ອນ​ໃຫ້​ເຫັນ​ຢູ່​ໃນ​ສີ​ຂຽວ​ອ່ອນ​ໄປ​ຫາ​ສີ​ຂຽວ​ທີ່​ພົ້ນ​ເດັ່ນ​ໃນ​ແຜນ​ທີ່​ສະ​ບັບ​ນີ້. ອັດ​ຕາ​ສ່ວນ​ຂອງ​ຄົວ​ເຮືອນ​ທີ່​ແມ່ນ​ຜູ້​ຍິງ​ນຳ​ພາ​ມີ​ລະ​ດັບ​ຕັ້ງ​ແຕ່​ຕ່ຳ​ກວ່າ 3% ຂຶ້ນ​ໄປ​ເຖິງ​ຫຼາຍ​ກວ່າ 18%.
ແຜນ​ທີ່​ສະ​ບັບ​ນີ້​ສະ​ແດງ​ໃຫ້​ເຫັນ​ການ​ແຈກ​ຢາຍ​ຄົວ​ເຮືອນ​ທີ່​ນຳ​ພາ​ດ້ວຍ​ຜູ້​ຍິງ​ຕາມ​ທີ່​ຕ່າງໆ ໃນ​ອັດ​ຕາ​ສ່ວນ​ສູງ (ສູງ​ກວ່າ 18%) ແລະ ຄົວ​ເຮືອນ​ນຳ​ພາ​ໂດຍ​ຜູ້​ຍິງ​ທີ່​ມີ​ອັດ​ຕາ​ສ່ວນ​ສູງ​ເລົ່າ​ນີ້​ແມ່ນ​ມີ​ຢູ່​ໃນ​ແຂວງ​ລຽບ​ຕາມ​ແຄມ​ແມ່​ນ້ຳ​ຂອງ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ຢູ່​ໃນ​ແຂວງ​ພາກ​ກາງ ແລະ ພາກ​ໃຕ້​ຂອງ​ປະ​ເທດ. ພ້ອມ​ກັນ​ນັ້ນ​ອັດ​ຕາ​ສະ​ເລັ່ຍ ຄົວ​ເຮືອນ​ທີ່​ນຳ​ພາ​ໂດຍ​ຜູ້​ຍິງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ​ຍັງ​ພົບ​ເຫັນ​ຢູ່​ໃນ​ນະ​ຄອນ​ຫລວງ​ວຽງ​ຈັນ, ແລະ ໃນ​ແຂວງ ຄຳ​ມ່ວນ ແລະ ສະ​ຫວັນ​ນະ​ເຂດ. ອັດ​ຕາ​ສ່ວນ​ທີ່​ຕ່ຳ​ກວ່າ 3% ສ່ວນ​ໃຫຍ່​ແມ່ນ​ພົບ​ເຫັນ​ຢູ່​ໃນ​ແຂວງ​ພາກ​ເໜືອ ຄື​ແຂວງ​ອຸ​ດົມ​ໄຊ, ຫົວ​ພັນ, ວຽງ​ຈັນ ແລະ ບໍ​ລິ​ຄຳ​ໄຊ. ໃນ​ສະ​ພາບ​ເງື່ອນ​ໄຂ​ທົ່ວ​ໄປ​ແລ້ວ, ຄົວ​ເຮືອນ​ທີ່​ນຳ​ພາ ໂດຍ​ຜູ້​ຍິງ​ແມ່ນ​ພົບ​ເຫັນ ຢູ່​ໃນ​ພາກ​ໃຕ້​ຫຼາຍ​ກວ່າ​ພາກ​ເໜືອ, ບາງ​ທີ​ຍ້ອນ​ວ່າ​ໃນ​ເຂດ​ພາກ​ໃຕ້​ອາດ​ແມ່ນ ອັດ​ຕາ​ສ່ວນ​ການ​ປະ​ຮ້າງ ແລະ ແຍກ​ກັນ​ຢູ່​ມີ​ສູງ ຫຼື ຫຼາຍ​ຄົວ​ເຮືອນ​ກໍ່​ມີ​ຜົວ​ໄປ​ຊອກ​ວຽກ​ເຮັດ​ງານ​ທຳ​ຢູ່ ປະ​ເທດ​ໄທ. ເພາະ​ສະ​ນັ້ນ, ຄວນ​ຈະ​ນຳ ເອົາ​ແຜນ​ທີ່​ນີ້​ໄປ​ສຶກ​ສາ​ເບິ່ງ​ດ້ານ​ອັດ​ຕາ​ສ່ວນ​ທາງ​ເພດ (ແຜນ​ທີ່ B.6), ສະ​ຖາ​ນະ​ພາບ​ການ​ແຕ່ງ​ງານ (ແຜນ​ທີ່ B.8) ແລະ ຄວນ​ສຶກ​ສາ​ເບິ່ງ​ເລື່ອງ​ການ​ເຄື່ອນ​ຍ້າຍ​ນຳ (ພາກ C).
ເຖິງ​ແມ່ນ​ວ່າ​ອັດ​ຕາ​ສ່ວນ​ຂອງ​ຄົວ​ເຮືອນ​ທີ່​ນຳ​ພາ​ໂດຍ​ຜູ້​ຍິງ​ໄດ້​ນຳ​ມາ​ໃຊ້​ເປັນ​ເຄື່ອງ​ມື​ວັດ​ແທກ​ຄວາມ​ຄືບ​ໜ້າ​ທາງ​ດ້ານ​ຄວາມ​ສະ​ເໝີ​ພາບ​ບົດ​ບາດ​ຍິງ-ຊາຍ​ກໍ່​ຕາມ, ແຕ່​ບັນ​ຫາ​ນີ້​ຄວນ​ຈະ​ນຳ​ໄປ​ໃຊ້​ໃນ ສປປ ລາວ​ດ້ວຍ​ຄວາມ ລະ​ມັດ​ລະ​ວັງ. ການ​ທີ່​ຜູ້​ຍິງ​ຖື​ເອົາ​ບົດ​ບາດ​ການ​ນຳ​ພາ​ເປັນ​ຫົວ​ໜ້າ​ຄົວ​ເຮືອນ​ນັ້ນ​ຈະ​ເຫັນ​ພົ້ນ​ເດັ່ນ​ຫຼາຍ​ຈາກ​ບັນ​ຫາ ຜົນ​ຂອງ​ການ​ຢ່າ​ຮ້າງ​ກັບ​ຜົວ, ການ​ເສັຍ​ຊີ​ວິດ ຫຼື ການ​ເຄື່ອນ​ຍ້າຍ​ຂອງ​ຜູ້​ເປັນ​ຜົວ. ການ​ຂາດ​ການ​ຄ້ຳ​ຊູ​ຈາກ​ຜົວ ຫຼື ພໍ່​ເປັນ​ບັນ​ຫາ​ເພີ້ມ​ຄວາມ​ກົດ​ດັນ​ຕື່ມ​ໃຫ້​ແກ່​ເພດ​ຍິງ. ຄອບ​ຄົວ​ຄື​ແນວ​ນັ້ນ​ສ່ວນ​ໃຫຍ່​ມັກ​ຈະ​ມີ​ຜົນ​ກະ​ທົບ​ຈາກ ຄວາມ​ບົກ​ພ່ອງ ຫຼື ບັນ​ຫາ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ສັງ​ຄົມ​ຫຼາຍ ກວ່າ ແລະ ມີ​ຄວາມ​ຕ້ອງ​ການ​ການ​ຊ່ວຍ​ເຫຼືອ   ຍູ້​ໜຸນ​ໃນ​ວຽກ​ງານ​ໜັກ​ຈາກ​ເພື່ອນ​ບ້ານ. ສຳ​ລັບ​ການ​ສຶກ​ສາ ແລະ ຄວາມ​ຈຳ​ເປັນ​ອື່ນໆເຊັ່​ນວ່າ​ອາ​ຫານ, ເຄື່ອງ​ນຸ່ງ​ຫົ່ມ ແລະ ອື່ນໆນັ້ນ​ຄອບ​ຄົວ​ທີ່​ນຳ​ພາ​ໂດຍ​ຜູ້​ຍິງ​ຈະ​ພົບ​ພໍ້​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ເງິນ​ຫຼາຍ. ສັງ​ຄົມ​ຂາດ​ການ​ຮັບ​ຮູ້​ເຊື່ອ​ໝັ້ນ​ຕໍ່​ການ​ປະ​ຕິ​ບັດ​ການ​ຄຸ້ມ​ຄອງ​ຄອບ​ຄົວ​ຂອງ​ຜູ້​ຍິງ​ໂສດ ແລະ ໂອ​ກາດ​ໃນ​ການ​ທີ່​ຈະ​ຊອກ​ຫາ​ຜູ້​ມາ​ຊ່ວຍ​ທຳ​ມາ​ຫາ​ກິນ​ນັ້ນ​ເກືອບ​ວ່າ​ບໍ່​ມີ​ເລີຍ. ເພາະ​ສະ​ນັ້ນ, ເພື່ອ​ເປັນ​ການ​ຄ້ຳ​ປະ​ກັນ​ດ້ານ​ເສດ​ຖະ​ກິດ​ຄອບ​ຄົວ​ໃຫ້​ມີ​ຢູ່​ມີ​ກິນ​ພຽງ​ພໍ​ຄົວ​ເຮືອນ​ທີ່​ແມ່ນ​ຜູ້​ຍິງ​ນຳ​ພາ​ນັ້ນ​ຈຶ່ງ​ມີ​ຄວາມ​ຕ້ອງ​ການໆ​ຊ່ວຍ​ເຫຼືອ​ອູ້ມ​ຊູ​ຈາກ​ສາ​ທາ ລະ​ນະ​ຊົນ​ກໍ່​ຄື​ຈາກ​ສັງ​ຄົມ​ນັ້ນ​ເອງ.
ໂດຍ​ລວມ​ແລ້ວ ຈະ​ເຫັນ​ໄດ້​ວ່າ​ອັດ​ຕາ​ສ່ວນ​ຄົວ​ເຮືອນ​ທີ່​ແມ່ນ​ຜູ້​ຍິງ​ນຳ​ພາ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ແລະ ໃນ​ຊົນ​ນະ​ບົດ​ນັ້ນ​ແມ່ນ​ມີ​ຕ່ຳ​ຫຼາຍ. ສາ​ມາດ​ເຫັນ​ໄດ້​ວ່າ​ບົດ​ບາດ​ຂອງ​ເພດ​ຍິງ​ໃນ​ສັງ​ຄົມ​ນັ້ນ​ຈະ​ຕ້ອງ​ໄດ້​ຮັບ​ການ​ສົ່ງ​ເສີມ​ໃຫ້​ຫຼາຍ​ຕື່ມ ແລະ ຜູ້​ຍິງ​ກໍ່​ຄວນ​ຍຶດ​ເອົາ​ບົດ​ບາດ​ການ​ນຳ​ພາ​ໃນ​ຕຳ​ແໜ່ງ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ຕັດ​ສິນ​ໃຈ​ເພື່ອ​ສົ່ງ​ເສີມ​ໃຫ້​ມີ​ຄວາມ​ສະ​ເໝີ​ພາບ​ໃນ​ສັງ​ຄົມ.


ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF