ຄຳ​ນຳ
 
ນັບ​ແຕ່​ໄດ້​ມີ​ການ​ປະ​ຕິ​ຮູບ​ທາງ​ດ້ານ​ເສດ​ຖະ​ກິດ​ໃນ​ທ້າຍ​ທົດ​ສະ​ວັດ​ທີ​ 80 ເປັນ​ຕົ້ນ​ມາ ເສດ​ຖະ​ກິດ​ຂອງ ສປປ ລາວ ໄດ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ບໍ່​ຢຸດ​ຢັ້ງ. ນອກ​ຈາກ​ການ​ປ່ຽນ​ແປງ​ທາງ​ດ້ານ​ເສດ​ຖະ​ກິດ ແລ້ວ, ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຍັງ​ເປັນ​ປັດ​ໃຈ​ນຳ​ເອົາ​ການ​ປ່ຽນ​ແປງ​ໃໝ່​ສຳ​ຄັນ​ມາ​ສູ່​ປະ​ຊາ​ຊົນ​ອັນ​ເຮັດ ໃຫ້​ເຂົາ​ເຈົ້າ​ສາ​ມາດ​ດຳ​ເນີນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຕົນ ໃຫ້​ມີ​ຄວາມ​ຍືນ​ຍົງ ແລະ ສາ​ມາດ​ແກ້​ໄຂ​ສະ​ພາບ​ບັນ​ຫາ ຊີ​ວິດ ປະ​ຈຳ​ວັນ​ຂອງ​ຕົນ​ໄດ້. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຍ້ອນ​ວ່າ​ການ​ປ່ຽນ​ແປງ​ເຫຼົ່າ​ນີ້​ມີ​ລະ​ດັບ​ແຕກ​ຕ່າງ​ກັນ​ໄປ​ໃນ ຂອບ​ເຂດ​ທົ່ວ​ປະ​ເທດ ສປປ ລາວ ເຊັ່ນ​ວ່າ​ບາງ​ທ້ອງ​ຖິ່ນ​ກໍ່​ມີ​ການ​ປ່ຽນ​ແປງ​ໄວ​ກ່ວ​າ​ທ້ອງ​ຖິ່ນ​ອື່ນ, ບັນ​ຫາ ແລະ ທ່າ​ແຮງ​ໃນ​ການ​ພັດ​ທະ​ນາ ໃນ ສປປ ລາວ ອາດ​ມີ​ລັກ​ສະ​ນະ​ແຕກ​ຕ່າງ​ກັນ​ໄປ​ອີງ​ຕາມ​ສະ​ພາບ​ຂອງ​ທ້ອງ​ຖິ່ນ.
ລັດ​ຖະ​ບານ ສປປ ລາວ ພາຍ​ໃຕ້​ການ​ຮ່ວມ​ມື​ກັບ​ຜູ້​ຮ່ວມ​ງານ​ດ້ານ​ການ​ພັດ​ທະ​ນາ​ສາ​ກົນ​ໄດ້​ອຸ​ທິດ​ຕົນ​ໃຫ້​ການ​ຊຸກ​ຍູ້​ສະ​ໜັບ​ສະ​ໜຸນ ແລະ ຊີ້​ແນະ​ບັນ​ດາ​ການ​ປ່ຽນ​ແປງ​ເຫຼົ່າ​ນີ້​ໂດຍ​ຜ່ານ​ກອບ​ນະ​ໂຍ​ບາຍ ແລະ ຂະ​ບວນ​ການ ຕັດ​ສິນ​ໃຈ​ທີ່​ມີ​ລັກ​ສະ​ນະ​ຄົບ​ຖ້ວນ​ພຽງ​ພໍ​ເພື່ອ​ໃຫ້​ບັນ​ລຸ​ຄວາມ​ຕ້ອງ​ການ. ຍ້ອນ​ແນວ​ນັ້ນ​ຈຸດ​ມຸ້ງ​ໝາຍ​ຂອງ ລັດ​ຖະ​ບານ​ບໍ່​ພຽງ​ແຕ່​ຈະ​ແນ່​ໃສ່​ສ້າງ​ຄວາມ​ດຸ່ນ​ດ່ຽງ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ເລັ່ງ​ເປົ້າ​ໝາຍ​ໃສ່​ດ້ານ​ສັງ​ຄົມ ແລະ ສິ່ງ​ແວ​ດລ້ອມ​ເທົ່າ​ນັ້ນ ແຕ່​ຍັງ​ຫາກ​ຍັງ​ລວມ​ໄປ​ເຖິງ​ຄວາມ​ຈຳ​ເປັນ ແລະ ທ່າ​ແຮງ​ຂອງ​ເຂດ​ພື້ນ​ທີ່​ຕ່າງໆ ນຳ​ອີກ​ດ້ວຍ. ເພາະ​ສະ​ນັ້ນ, ການ​ຕັດ​ສິນ​ໃຈ​ຕ່າງໆ ຈະ​ຕ້ອງ ດຳ​ເນີນ​ໄປ​ບົນ​ພື້ນ​ຖານ​ຄວາມ​ຮູ້​ປະ​ສົບ​ການ​ຈາກ​ຂະ​ບວນ​ການ ພັດ​ທະ​ນາ​ທີ່​ໄດ້​ດຳ​ເນີນ​ໄປ​ໃນ ແຕ່​ລະ​ທ້ອງ​ຖິ່ນ ຕ່າງ​ກັນ​ໃນ​ປະ​ເທດ ແລະ ບົນ​ພື້ນ​ຖານ​ຜົນ​ຄາດ​ກະ​ວ່າ​ຈະ​ໄດ້​ຮັບ​ໃນ ອະ​ນາ​ຄົດ​ຈາກ​ການ​ປະ​ຕິ​ບັດ ນະ​ໂຍ​ບາຍ ແລະ ການ​ຕັດ​ສິນ​ໃຈ.
ສປປ ລາວ ໂດຍ​ມີ​ກົມ​ສະ​ຖິ​ຕິ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ໄດ້​ດຳ​ເນີນ​ການ​ເກັບ​ກຳ ແລະ ລວ​ບລວມ ສະ​ຖິ​ຕິ​ຂໍ້​ມູນ​ຢ່າງ​ມີ​ຄວາມ​ຄືບ​ໜ້າ ແລະ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ. ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ຄັ້ງ​ຫລ້າ​ສຸດ​ທີ່​ໄດ້​ດຳ​ເນີນ​ໄປ​ໃນ​ເດືອນ​ມີ​ນາ ປີ 2005 ນັ້ນ​ໄດ້​ສະ​ໜອງ​ສະ​ຖິ​ຕິ​ຂໍ້​ມູນ​ໃໝ່​ຫລ້າ​ສຸດ ຂອງ​ຄົວ​ເຮືອນ​ພົນ​ລະ​ເມືອງ​ລາວ​ທັງ​ໝົດ​ທົ່ວ ປະ​ເທດ. ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ໄດ້​ເກັບ​ກຳ ແລະ ລວ​ບລວມ​ເອົາ​ສະ​ຖິ​ຕິ​ສຳ​ຄັນ ຫຼາຍ​ດ້ານ​ຊຶ່ງ ຂໍ້​ມູນ​ສະ​ຖິ​ຕິ​ດັ່ງ​ກ່າວ​ນັ້ນ​ໄດ້​ນຳ​ມາ​ວິ​ໄຈ ແລະ ສະ​ເໜີ​ໃຫ້​ເຫັນ ຢູ່​ໃນ​ຕາ​ຕະ​ລາງ​ສັງ​ລວມ ສະ​ຖິ​ຕິ​ຂໍ້​ມູນ ແລະ ໃນ​ບົດ​ລາຍ​ງານ​ຫຼາຍ​ສະ​ບັບ.
ມາ​ຮອດ​ດຽວ​ນີ້, ເພີ່ນ​ໄດ້​ພະ​ຍາ​ຍາມ​ສະ​ເໜີ ແລະ ວິ​ໄຈ​ຂໍ້​ມູນ​ນີ້​ເປັນ​ແຕ່​ລະ​ໄລ​ຍະ​ມາ​ທັງ​ນີ້​ກໍ່​ເພື່ອ​ເຮັດ​ໃຫ້​ຜົນ​ຂອງ​ການ​ວິ​ໄຈ​ນັ້ນ​ໄປ​ຮອດ​ໄປ​ເຖິງ​ບັນ​ດາ​ນັກ​ຄົ້ນ​ຄວ້າ ແລະ ຜູ້​ກຳ​ນົດ​ນະ​ໂຍ​ບາຍ​ໃຫ້​ກວ້າງ​ໄກ​ຂື້ນ​ຕື່ມ. ປະ​ຈຸ​ບັນ​ຄວາມ​ພະ​ຍາ​ຍາມ​ໃນ​ສິ່ງ​ດັ່ງ​ກ່າວ​ນີ້​ສາ​ມາດ​ເກີດ​ເປັນ​ຈິງ​ໄດ້​້​ພາຍ​ໃຕ້​ການ​ຮ່ວມ​ມື​ກັບ​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ​ແຫ່ງ​ຊາ​ດລາວ ແລະ ສູນ​ແຫ່ງ​ຊາດ​ຂອງ​ປະ​ເທດ​ສະ​ວິດ​ເຊີ​ແລັນ ດ້ານ​ການ​ສົ່ງ​ເສີມ​ຄວາມ​ສາ​ມາດ (NCCR) ແລະ ການ​ສະ​ໜັບ​ສະ​ໜຸນ​ອັນ​ມີ​ຄ່າ​ຈາກ​ອົງ​ການ ພັດ​ທະ​ນາ ແລະ ການ​ຮ່ວມ​ມື​ຂອງ​ປະ​ເທດ​ສະ​ວິດ​ເຊີ​ແລນ (SDC).
ການ​ຮ່ວມ​ມື​ທີ່​ມີ​ີ​ໝາກ​ຜົນ ແລະ ມີ​ການ​ປ່ຽນ​ແປງ​ໃໝ່​ໃນ​ທາງ​ສ້າງ​ສັນ​ລະ​ຫວ່າງ​ອົງ​ການ​ຈັດ​ຕັ້ງ​ຂອງ​ລາວ ແລະ ການ​ຂະ​ຫຍາຍ​ການ​ຮ່ວມ​ມື​ອັນ​ດີ​ຂອງ​ການ​ຈັດ​ຕັ້ງ​ຝ່າຍ​ລາວ​ຮ່ວມ​ກັບ​ຄູ່​ຮ່ວມ​ງານ​ຝ່າຍ​ສະ​ວີດ​ເຊີ​ແລນ​ນີ້​ມັນ​ໄດ້​ສະ​ໜອງ​ເງື່ອນ​ໄຂ​ໃຫ້​ມີ​ຕາ​ຕະ​ລາງ​ສະ​ຖິ​ຕິ​ຂໍ້​ມູນ​ຄົບ​ຖ້ວນ​ທີ່​ອຸ​ດົມ​ສົມ​ບູນ ແລະ ເປັນ​ລະ​ບົບ​ດີ​ເພື່ອ​ຕີ​ຄວາມ​ໝາຍ​ມາ​ເປັນ​ຂໍ້​ມູນ​ໃນ​ຮູບ​ແບບ​ການ​ແຈກ​ຢາຍ. ຖານ​ຂໍ້​ມູນ​ນີ້​ເປັນ​ປັດ​ໃຈ ພາ​ໃຫ້​ເກີດ​ມີ​ຊຸດ​ແຜນ​ທີ່​ດີ​ຈີ​ຕໍ​ທີ່​ມີ​ຂໍ້​ມູນ​ລະ​ອຽດ​ຄົບ​ຖ້ວນ ແລະ ສາ​ມາດ​ນຳ​ໄປ​ໃຊ້​ເພື່ອ​ສະ​ແດງ​ຂໍ້​ມູນ​ໄດ້. ແຜນ​ທີ່​ດີ​ຈີ​ຕໍ​ນີ້​ຍັງ​ເປັນ​ສິ່ງ​ເອື້ອ​ອຳ​ນວຍ​ໃຫ້​ແກ່​ການ​ວິ​ໄຈ​ຢູ່​ພາຍ ໃນ​ຊຸດ​ຂໍ້​ມູນ​ພົນ​ລະ​ເມືອງ​ພ້ອມ ດ້ວຍ ຂໍ້​ມູນ​ອ້າງ​ອີງ​ທີ່​ມີ​ລັກ​ສະ​ນະ​ແຈກ​ຢາຍ​ຈາກ​ແຫລ່ງ​ຂໍ້​ມູນ​ອື່ນໆ ນຳ​ອີກ​ດ້ວຍ.  ສະ​ໝຸດ​ແຜນ​ທີ່ ເສດ​ຖະ​ກິດ - ສັງ​ຄົມ​ຂອງ ສປປ ລາວ ໃນ​ປະ​ຈຸ​ບັນ​ແມ່ນ​ສະ​ໝຸດ​ແຜນ​ທີ່​ຊະ​ນິດ​ທີ​ສອງ​ສ້າງ​ຂື້ນ​ມາ ເພື່ອ​ຈຸດ​ປະ​ສົງ​ສອງ​ຢ່າງ​ຄື: ອັນ​ທີ​ໜຶ່ງ​ແມ່ນ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ອະ​ທິ​ບາຍ ແລະ ຊີ້​ແຈງ​ຂໍ້​ມູນ​ໂດຍ​ມີ​ພາບ ປະ​ກອບ​ທີ່​ແທດ​ເໝາະ​ກັບ​ສະ​ພາບ​ຄວາມ​ເປັນ​ຈີງ ແລະ ອັນ​ທີ​ສອງ​ແມ່ນ​ເພື່ອ​ໃຊ້​ເປັນ​ພາ​ຫະ​ນະ​ຍູ້​ໜູນ​ໃຫ້​ເກີດ​ການ ນຳ​ໃຊ້​ແຜນ​ທີ່​ນັ້ນ​ເຂົ້າ​ໃນ​ການ​ສຶກ​ສາ, ການ​ຄົ້ນ​ຄວ້າ ແລະ ການ​ສ້າງ ນະ​ໂຍ​ບາຍ​ໃນ ສປປ ລາວ.





ທ່ານ ບຸນທະວີ ສີສຸພັນທອງ
ລັດຖະມົນຕີຊ່ວຍວ່າການ
ກະຊວງແຜນການ ແລະ ການລົງທຶນ